Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄະນະນຳ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຮອງເຈົ້າແຂວງ ພົບປະເຮັດວຽກກັບ ຜູ້ບໍລິຫານຂອງ ທະນາຄານ BIDV ສສ. ຫວຽດນາມ
ວັນທີອອກຂ່າວ: 2023-07-25 09:41:00

ເນື້ີອໃນຂ່າວ:

ໃນວັນທີ 24 ກໍລະກົດ 2023 ຄະນະນຳ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຮອງເຈົ້າແຂວງ ພົບປະເຮັດວຽກກັບ ຜູ້ບໍລິຫານຂອງ ທະນາຄານ BIDV ສສ. ຫວຽດນາມ ທີ່ສຳນັກງານໃຫຍ່ ຂອງ ທະນາຄານ BIDV ສສ. ຫວຽດນາມ. ຈຸດປະສົງຂອງການພົບປະຄັ້ງນີ້ແມ່ນເພື່ອແລກປ່ຽນບົດຮຽນ ການມີ່ສ່ວນຂອງ ທະນາຄານດັ່ງກ່າວເຂົ້າໃນການພັດທະນາຕະຫຼາດການເງິນ ເນືອງຈາກເປັນທະນາຄານອັນດັບຫນຶ່ງຂອງ ສສ. ຫວຽດນາມ, ພ້ອມດຽວກັນນີ້, ທ່ານ ບຸນເຫລືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ເນັ້ນບາງບັນໃຫ້ສຳຄັນໃຫ້ແກ່ ທະນາຄານ BIDV ຫວຽດນາມ ເພື່ອເປີດໂອກາດການລົງທຶນຂອງ ຢູ່ ສປປ ລາວ ໃນຂະແໜງຫຼັກຊັບ ໃຫ້ມີການພັດທະນາຫລາຍຂື້ນກວ່າເກົ່າ ເພີ່ມຊ່ອງທາງຮັ່ງມີໃຫ້ປະຊາຊົນລາວ ໄດ້ມີທາງເລືອກໃນການລົງທຶນ ໂດຍອີງໃສ່ບົດຮຽນຂອງ ສສ. ຫວຽດນາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.