Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກໍາມະການພັດທະນາຕະຫລາດທຶນ (Working Committee on Capital Market Development: WC-CMD) ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະກໍາມະການພັດທະນາຕະຫລາດທຶນ ແລະ ໂຄງການພັດທະນາຕະຫລາດທຶນອາຊຽນ (Joint Working Committee on Capital Market Development and ASEAN Capital Market Forum: Joint WC CMD-ACMF)
ວັນທີອອກຂ່າວ: 2023-07-14 14:56:01

ເນື້ີອໃນຂ່າວ:

ໃນລະຫວ່າງວັນທີ 12-13 ກໍລະກົດ 2023 ຕາງຫນ້າຜູ້ເຂົ້າຮ່ວມຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຈໍານວນ 02 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກໍາມະການພັດທະນາຕະຫລາດທຶນ (Working Committee on Capital Market Development: WC-CMD) ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະກໍາ ມະການພັດທະນາຕະຫລາດທຶນ ແລະ ໂຄງການພັດທະນາຕະຫລາດທຶນອາຊຽນ (Joint Working Committee on Capital Market Development and ASEAN Capital Market Forum: Joint WC CMD-ACMF) ຢູ່ທີ່ ປະເທດ ອິນໂດເນເຊຍ ກອງປະຊຸມດັ່ງກ່າວ ໄດ້ລາຍງານ ແລະ ປຶກສາຫາລືກ່ຽວກັບບັດປະເມີນການພັດທະນາຕະຫລາດ ພັນທະບັດອາຊຽນ, ການຈັດຕັ້ງປະຕິບັດແຜນແມ່ບົດ ACMF ແລະ WC-CMD ແລະ ແຜນວຽກບຸລິມະສິດຂອງຄະນະ ຄົ້ນຄວ້າການເງິນແບບຍືນຍົງ ປີ 2024/2025, ການສຶກສາຕະຫລາດກາກບອນແບບສະຫມັກໃຈ ໄລຍະ 2, ຫມວດກິດ ຈະກໍາສີຂຽວ ອາຊຽນ, ຄູ່ມືການຫັນປ່ຽນທາງການເງິນ ລວມທັງ, ການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບການປ່ຽນແປງຂອງ ດິນຟ້າອາກາດ ເພື່ອຮ່ວມກັນປະກອບຄໍາເຫັນຕໍ່ການພັດທະນາຕະຫລາດທຶນອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍ ຕົວ ຊຶ່ງກອງປະຊຸມໄດ້ເປັນເອກະພາບຕໍ່ບັນດາຫນ້າວຽກ ແລະ ແຜນຈັດຕັ້ງປະຕິບັດແຕ່ລະຫນ້າວຽກໃນຕໍ່ຫນ້າ ແລະ ສໍາ ເລັດຕາມລະດັບຄາດຫມາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.