Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຮ່ວມລະຫວ່າງ ACMF-ISSB ຕິດພັນກັບມາດຕະຖານການເປີດເຜີຍຂໍ້ມູນເພື່ອຄວາມຍືນຍົງ
ວັນທີອອກຂ່າວ: 2023-06-28 15:28:17

ເນື້ີອໃນຂ່າວ:

ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Market Forum: ACMF) ໄດ້ຮ່ວມມືກັບສະພາມາດຕະຖານຄວາມຍືນຍົງສາກົນ (International Sustainability Standards Board: ISSB) ເພື່ອຈັດກອງປະຊຸມ ແລະ ຝຶກອົບຮົມທາງວິຊາການຂຶ້ນ ໃນລະຫວ່າງວັນທີ 27-28 ມິຖຸນາ 2023 ຢູ່ປະເທດ ສິງກະໂປ ຊ່ຶ່ງໃນງານດັ່ງກ່າວ ໄດ້ເປີດຕົວມາດຕະຖານການເປີດເຜີຍຂໍ້ມູນເພື່ອຄວາມຍືນຍົງ (ISSB Standards) ຕິດພັນກັບຂໍ້ກໍານົດ ການເປີດເຜີຍຂໍ້ມູນເພື່ອຄວາມຍືນຍົງທົ່ວໄປ ແລະ ການເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງກັບສະພາບດິນຟ້າອາກາດ ທັງນີ້ກໍ່ເພື່ອເປັນການຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈ ພ້ອມທັງ ເປັນການສ້າງຂີດຄວາມອາດສາມາດໃຫ້ແກ່ຜູ້ຄຸ້ມຄອງວຽກງານຫຼັກຊັບ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນຕິດພັນກັບມາດຕະຖານການເປີດເຜີຍຂໍ້ມູນດັ່ງກ່າວ. ກອງປະຊຸມທີ່ຈັດຂຶ້ນ ໃນວັນທີ 27 ມິຖຸນາ 2023 ແມ່ນສາມາດເຂົ້າຮ່ວມ ກັບທີ່ ແລະ ຜ່ານທາງອອນລາຍ ຊຶ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 1.000 ຄົນ ຈາກຫຼາຍພາກສ່ວນ ເປັນຕົົ້ນແມ່ນ ຜູ້ຄຸ້ມຄອງວຽກງານຫຼັກຊັບ, ບໍລິສັດ, ຜູ້ລົງທຶນ ແລະ ຜູ້ມີສ່ວນຮ່ວມອື່ນໆ ຂອງອາຊຽນ ໂດຍມີຜູ້ເຂົ້າຮ່ວມກັບທີ່ຫຼາຍກວ່າ 200 ຄົນ, ໃນນັ້ນ ຕາງໜ້າຈາກ ສປປ ລາວ ຄື ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ ແລະ ບໍລິສັດກວດກວດສອບ ກໍ່ໄດ້ເຂົ້າຮ່ວມກອງປະຊຸມ ແລະ ຝຶກອົບຮົມທາງວິຊາການດັ່ງກ່າວ ທັງໃນຮູບແບບກັບທີ່ ແລະ ຜ່ານທາງອອນລາຍ ຫຼາຍກວ່າ 30 ທ່ານ ເພື່ອສຶກສາ ແລະ ກໍາໄດ້ມາດຕະຖານການເປີດເຜີຍຂໍ້ມູນແບບຍືນຍົງຂອງສາກົນ ເພື່ອນໍາມາຜັນຂະຫຍາຍໃນວຽກງານຫຼັກຊັບໃນອະນາຄົດ. ລາຍລະອຽດຂອງກອງປະຊຸມດັ່ງກ່າວ ສາມາດອ່ານເພີ່ມເຕີມ ຕາມລິ້ງດັ່ງນີ້: https://www.theacmf.org/media/news-release/asean-securities-regulators-team-up-with-issb-to-mark-global-launch-of-sustainability-disclosure-standards

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.