Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມແລກປ່ຽນຖອດຖອນບົດຮຽນຕົວຈິງ ຫົວຂໍ້: “ການຄຸ້ມຄອງ ແລະ ການຕິດຕາມກວດກາສະຖາບັນສື່ກາງດ້ານຫຼັກຊັບ” ແລະ ການກະກຽມເປັນປະທານກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ACMF)
ວັນທີອອກຂ່າວ: 2023-06-28 15:25:46

ເນື້ີອໃນຂ່າວ:

ເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມບົດບັນທຶກກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ.ຫວຽດນາມ ໃນລະຫວ່າງວັນທີ 26 ຫາ 30 ມິຖຸນາ 2023, ທ່ານ ນາງ ວຽງດາລີ ສຸພານຸວົງ, ຮອງຫົວໜ້າ ສຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມແລກປ່ຽນຖອດຖອນບົດຮຽນຕົວຈິງ ຮ່ວມກັບ ຄຄຊ ສສ. ຫວຽດນາມ ກ່ຽວກັບ “ການຄຸ້ມຄອງ ແລະ ການຕິດຕາມກວດກາສະຖາບັນສື່ກາງດ້ານຫຼັກຊັບ” ເປັນຕົ້ນ: ການກວດກາທາງເອກະສານ ແລະ ການກວດກາກັບທີ່, ລະບົບການຕິດຕາມ ແລະ ວິເຄາະເອກະສານລາຍງານທາງການເງິນ ຂອງບໍລິສັດຫຼັກຊັບຢູ່ ສສ. ຫວຽດນາມ, ທຸລະກຳການຢືມ ແລະ ໃຫ້ຢືມຫຼັກຊັບ, ການກູ້ຢືມເງິນ ເພື່ອຊື້ຂາຍຫຼັກຊັບ ແລະ ຜູ້ສ້າງສະພາບຄ່ອງ ແລະ ຫົວຂໍ້: “ການກະກຽມເປັນປະທານກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ACMF)” ທີ່ ຄຄຊ ສສ. ຫວຽດນາມ. ທັງນີ້, ເພ່ືອເປັນການພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານ ສຄຄຊ ແນ່ໃສ່ນໍາໃຊ້ເຂົ້າໃນວຽກງານການຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າ ແລະ ເພື່ອຮັບປະກັນການກະກຽມຄວາມພ້ອມຮອບດ້ານໃນການເປັນປະທານກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ACMF) ຂອງ ສຄຄຊ ໃນປີ 2024 ໃຫ້ບັນລຸຜົນສໍາເລັດຕາມລະດັບຄາດໝາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.