Sunday, 28 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມກາງສະໄໝ ຂອງໜ່ວຍພັກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ສະໄໝທີ II
ວັນທີອອກຂ່າວ: 2023-06-27 10:48:28

ເນື້ີອໃນຂ່າວ:

ເພື່ອປະຕິບັດຕາມແຈ້ງການ ຂອງເລຂາຄະນະບໍລິຫານງານພັກ ທະນາຄານແຫ່ງ ສປປ ລາວ ສະບັບເລກທີ 84/ຄພ.ທຫລ ລົງວັນທີ 10 ເມສາ 2023. ສະນັ້ນ, ໃນຕອນບ່າຍ ຂອງວັນທີ 23 ມິຖຸນາ 2023, ຢູ່ທີ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັ້ດຕັ້ງ ກອງປະຊຸມກາງສະໄໝ ຂອງໜ່ວຍພັກ ສຄຄຊ ສະໄໝທີ II ຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ນາງ ຂັນແກ້ວ ຫຼ້າມະນີເງົາ, ກຳມະການປະຈຳພັກ, ຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ (ທຫລ), ກອງປະຊຸມດັ່ງກ່າວ ປະກອບມີ: ຄະນະໜ່ວຍພັກ, ບັນດາສະຫາຍຕາງໜ້າຈາກຄະນະຕິດຕາມການຈັດຕັ້ງກອງປະຊຸມກາງສະໄໝຂອງ ທຫລ, ສະມາຊິກພັກສົມບຸນ ແລະ ສຳຮອງ ກໍໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງ ທັງໝົດ 19 ສະຫາຍ.

ກອງປະຊຸມໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາເຄິ່ງວັນ, ໃນນີ້ໄດ້ ຮັບຟັງ ແລະ ປະກອບຄໍາເຫັນຕໍ່ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໃນໄລຍະເຄິ່ງສະໄໝ ຂອງໜ່ວຍພັກ ສຄຄຊ. ພ້ອມທັງ, ປະກອບຄວາມເຫັນຕໍ່ການຊີ້ນຳພາ-ນຳພາລວມຂອງກຳມະການປະຈຳພັກ ທຫລ, ຜູ້ຊີ້ນຳວຽກງານໜ່ວຍພັກ ສຄຄຊ. ນອກນັ້ນ, ຍັງໄດ້ຈັດຕັ້ງການທາບທາມຄວາມໄວ້ວາງໃຈຕໍ່ການນຳພາລວມຂອງ ບຸກຄົນຄະນະໜ່ວຍພັກ ສຄຄຊ ແລະ ໃນຕອນທ້າຍຂອງກອງປະຊຸມ ສະຫາຍປະທານກອງປະຊຸມໄດ້ໃຫ້ຄຳໂອ້ລົມ ແລະ ໃຫ້ທິດເຍືອງທາງ ເພື່ອໃຫ້ ສຄຄຊ ສຶບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຕະຫຼາດທຶນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເຮັດໃຫ້ກອງປະຊຸມມີບັນຍາກາດທີ່ດີ ແລະ ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ວາງໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.