Friday, 03 May 2024

ຂ່າວສານ


ຫົວຂໍ້ຂ່າວ: ທ່ານຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ເຂົ້າຮ່ວມກອງປະຊຸມຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ປະຈໍາປີ 2023 (The 2023 IOSCO Annual Meeting)
ວັນທີອອກຂ່າວ: 2023-06-16 15:00:04

ເນື້ີອໃນຂ່າວ:

ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ພະນັກງານທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມກອງປະຊຸມຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ປະຈໍາປີ 2023 (The 2023 IOSCO Annual Meeting) ຢູ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 13-16 ມິຖຸນາ 2023 ລວມທັງ ກອງປະຊຸມຄະນະກໍາມະການພາກພື້ນອາຊີ-ປາຊີຟິກ (Asia-Pacific Regional Committee Meeting), ກອງປະຊຸມຄະນະກໍາມະການຕະຫລາດເຕີບໂຕ ແລະ ກໍາລັງພັດທະນາ (Growth and Emerging Market Committee Meeting).

ກອງປະຊຸມປະຈໍາປີ ແລະ ກອງປະຊຸມປິ່ນອ້ອມດັ່ງກ່າວ ເພື່ອປຶກສາຫາລືວຽກງານການຄຸ້ມຄອງ ແລະ ພັດທະນາຕະຫຼາດທຶນຂອງບັນດາປະເທດໃນທົ່ວໂລກ ໂດຍສະເພາະປະເທດທີ່ເປັນສະມາຊິກຂອງອົງການ IOSCO (ສປປ ລາວ ເປັນສະມາຊິກສໍາຮອງ ໃນປີ 2018) ຊຶ່ງໃນກອງປະຊຸມດັ່ງກ່າວ ໄດ້ປືກສາຫາລືວງກງານຕະຫຼາດທຶນ ທີ່ບັນດາປະເທດພວມສຸມໃສ່ຄົ້ນຄວ້າ, ຄຸ້ມຄອງ ແລະ ພັດທະນາ ເປັນຕົ້ນ ການພັດທະນາວງກງານການເງິນຍືນຍົງ ແລະ ການເປີດເຜີຍຂໍ້ມູນທີ່ຕິດພັນ, ການຄຸ້ມຄອງຊັບສິນດີຈີໂຕ ແລະ ຄວາມຫມັ້ນຄົງການຄຸ້ມຄອງວງກງານຕະຫຼາດທຶນ. ພ້ອມທັງຍົກບັນດາສິ່ງທ້າທາຍໃນການພັດທະນາຕະຫຼາດທຶນມາປຶກສາຫາລື ແລະ ຫາວິທີແກ້ໄຂ ເພື່ອພັດທະນາການຄຸ້ມຄອງວຽກງານຫຼັກຊັບ ໃຫ້ມີປະສິດທິພາບ, ແທດເໝາະກັບສະພາບການຂອງໂລກໃນແຕ່ລະໄລຍະ ແລະ ມີຄວາມຄ່ອງຕົວຍິ່ງຂຶ້ນ.

ນອກຈາກນັ້ນ, ໃນລະຫວ່າງການເຂົ້າຮ່ວມກອງປະຊຸມດັ່ງກ່າວ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ ຍັງມີໂອກາດໄດ້ເຂົ້າຮ່ວມປະຊຸມ 2 ຝ່າຍ ຮ່ວມກັບ 3 ປະເທດ ຄື:

1. ໃນວັນທີ 13 ມິຖຸນາ 2023 ໄດ້ປືກສາຫາລືຮ່ວມ ກັບ ຄຄຊ ອິນໂດເນເຊຍ ກ່ຽວກັບ ການຮ່ວມມືສອງຝ່າຍຮ່ວມກັນໃນປີ 2023 ແລະ ການຮ່ວມມືໃນການກະກຽມເປັນປະທານ ກອງປະຊຸມການພັດທະນາຕະຫລາດທຶນອາຊຽນ (ACMF) ໃນປີ 2024 ຂອງ ສຄຄຊ ສປປ ລາວ.;

2. ໃນວັນທີ 14 ມິຖຸນາ 2023 ໄດ້ປືກສາຫາລືຮ່ວມກັບ ຄຄຊ ສສ.ຫວງດນາມ ກ່ຽວກັບການຮ່ວມມືສອງຝ່າຍ ສໍາລັບປີ 2023 ແລະ ການຮ່ວມມືໃນການກະກຽມເປັນປະທານ ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ACMF) ໃນປີ 2024 ຂອງ ສຄຄຊ ສປປ ລາວ.

3. ໃນວັນທີ 14 ມິຖຸນາ 2023 ໄດ້ປືກສາຫາລືຮ່ວມກັບ ຄຄຊ ມາເລເຊຍ ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍຮ່ວມກັນໃນປີ 2023 ແລະ ການຮ່ວມມືໃນການກະກຽມເປັນປະທານ ກອງປະຊຸມການພັດທະນາຕະຫລາດທຶນອາຊຽນ (ACMF) ໃນປີ 2024 ຂອງ ສຄຄຊ ສປປ ລາວ.

ກອງປະຊຸມໄດ້ສໍາເລັດລົງຢ່າງຈົບງາມ ແລະ ບັນລຸຕາມລະດັບຄາດຫມາຍທີ່ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.