Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມການຮ່ວມມືສອງຝ່າຍຄັ້ງທີ XI ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ
ວັນທີອອກຂ່າວ: 2023-04-21 14:41:19

ເນື້ີອໃນຂ່າວ:

ເພື່ອເປັນການສືບຕໍ່ຮັດແໜ້ນສາຍສໍາພັນການຮ່ວມມື ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືປະຈໍາປີ 2023 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ. ສະນັ້ນ, ໃນຕອນເຊົ້າຂອງວັນທີ 21 ເມສາ 2023 ຢູ່ທີ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດຕັ້ງກອງປະຊຸມການຮ່ວມມືສອງຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ຄັ້ງທີ XI ປະຈຳປີ 2022 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ຟອງຈິນດາ ເເສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ Pham Hong Son ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ.ຫວຽດນາມ ຊຶ່ງກອງປະຊຸມດັ່ງກ່າວ ປະກອບດ້ວຍ ຜູ້ເຂົ້າຮ່ວມຈາກ ຄະນະຜູ້ແທນ ຈາກ ຄຄຊ ສສ. ຫວຽດນາມ, ຄະນະສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຄະນະພະແນກ ແລະ ບັນດາວິຊາການທີ່ກ່ຽວຂ້ອງ ກໍ່ໃຫ້ກຽດເຂົ້າຮ່ວມທັງໝົດ15 ທ່ານ.

ກອງປະຊຸມການຮ່ວມມືສອງຝ່າຍໃນຄັ້ງນີ້ ໄດ້ດຳເນີນໄປເປັນເວລາເຄິ່ງວັນ, ໃນນີ້ທ່ານຜູ້ຕາງໜ້າຈາກທັງສອງຝ່າຍໄດ້ນຳສະເໜີ ແລະ ສະຫຼຸບລາຍງານສະພາບວຽກງານຕະຫຼາດທຶນຂອງທັງສອງຝ່າຍໂດຍສັງເຂບ. ພ້ອມທັງ, ແລກປ່ຽນບົດຮຽນໃນການພັດທະນາຕະຫຼາດທຶນຂອງສອງປະເທດ. ນອກນີ້, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດການຮ່ວມມືຂອງທັງສອງຝ່າຍໃນປີ 2022 ທີ່ຜ່ານມາ ພ້ອມທັງ ສະເໜີຂໍການຊ່ວຍເຫຼືອທາງດ້ານວິຊາການຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ.ຫວຽດນາມ ໃນປີ 2023 ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານຜູ້ຕາງໜ້າ ຈາກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ໄດ້ລົງນາມຮ່ວມກັນໃນ ບົດບັນທຶກກອງປະຊຸມການຮ່ວມມືສອງຝ່າຍຄັ້ງທີ XI ປະຈຳປີ 2022 ຊຶ່ງເຮັດໃຫ້ກອງປະຊຸມມີບັນຍາຍກາດທີ່ດີ ແລະ ສໍາເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.