Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມປະຈຳປີ 2023 ຂອງໂຄງການ Lao/032
ວັນທີອອກຂ່າວ: 2023-04-10 13:13:39

ເນື້ີອໃນຂ່າວ:

ເພື່ອເປັນການປະເມີນຜົນການເຄື່ອນໄຫວຂອງວຽກງານພາຍໃຕ້ ໂຄງການສະໜັບສະໜູນການຮ່ວມມືສາມຝ່າຍ ໃນຂະເເໜງການເງິນ ລະຫວ່າງ ສປປ ລາວ, ສສ ຫວຽດນາມ ແລະ ລຸກຊຳບວກ (ໂຄງການ Lao/032) ປະຈຳປີ 2022 ແລະ ຜ່ານແຜນການເຄື່ອນໄຫວວຽກງານ ປີ 2023 ໃຫ້ສຳເລັດໜ້າວຽກຕາມຈຸດປະສົງເປົ້າໝາຍຂອງໂຄງການໄດ້ຄາດຫວັງໄວ້ນັ້ນ, ໃນຕອນບ່າຍຂອງວັນທີ 06 ເມສາ 2023 ທີ່ຫ້ອງປະຊຸມ ສຄຄຊ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ (LUXDEV) ໄດ້ຈັດຕັ້ງກອງປະຊຸມປະຈຳປີ 2023 ຂອງໂຄງການ Lao/032 ຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ ແລະ ທ່ານ Sam Schreiner ເອກອັກຄະລັດຖະທູດລຸກຊຳບວກ ປະຈຳ ສປປ ລາວ. ພ້ອມນີ້ ກໍ່ມີຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ (LUXDEV), ຄະນະກົມ, ຄະນະພະແນກ ແລະ ວິຊາການ ພາຍໃນ ສຄຄຊ ເຂົ້າຮ່ວມກອງປະໍຸມດັ່ງກ່າວ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານ ຄວາມຄືບໜ້າຂອງຜົນສໍາເລັດການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນປີ 2022 , ໜ້າວຽກ ແລະ ແຜນການເຄື່ອນໄຫວ ພ້ອມທັງແຜນງົບປະມານປະຈຳປີ 2023. ພ້ອມນີ້ ໃນກອງປະຊຸມຍັງໄດ້ມີການປຶກສາຫາລືຕໍ່ກັບແຜນການເຄື່ອນໄຫວ ແລະ ແຜນງົບປະມານປະຈຳປີ 2023 ໂດຍຄະນະກຳມະການຮັບຜິດຊອບໂຄງການ. ໃນຕອນທ້າຍກອງປະຊຸມ ທ່ານປະທານຮ່ວມທັງ 2 ທ່ານ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງວຽກງານໃນໄລຍະຜ່ານມາ ແລະ ມີມະຕິຕົກລົງເຫັນດີຮັບຮອງເອົາແຜນການເຄື່ອນໄຫວ ແລະ ເເຜນງົບປະມານປະຈຳປີ 2023.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.