Friday, 26 April 2024

ຂ່າວສານ

ຫົວຂໍ້ຂ່າວ: ກອງປະຊຸມຄະນະຊີ້ນໍາລວມໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດພັດທະນາຕະຫຼາດທຶນຂອງ ສປປ ລາວ
ວັນທີອອກຂ່າວ: 2023-02-27 15:13:47

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ທີ່ຫ້ອງປະຊຸມປະຈຳສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ກອງປະຊຸມຄະນະຊີ້ນໍາລວມໃນການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດພັດທະນາຕະຫຼາດທຶນຂອງ ສປປ ລາວ ຄັ້ງປະຖົມມະລືກ ໄດ້ຖືກໄຂຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄຄຊ, ຫົວໜ້າຄະນະ ຊຶ່ງຜູ້ເຂົ້າຮ່ວມປະກອບມີ ຄະນະສໍານັກງານ ຄຄຊ, ຄະນະຜູ້ອໍານວຍການ, ຄະນະພະແນກ ແລະ ຜູ້ຕາງໜ້າ ຈາກ ສໍານັກງານ ຄຄຊ, ຕະຫຼາດຫຼັກຊັບລາວ ແລະ ບັນດາບໍລິສັດຫຼັກຊັບ ເປັນຈໍານວນທັງໝົດ 25 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລືກ່ຽວແຜນຍູດທະສາດພັດທະນາຕະຫຼາດທຶນລາວ ໂດຍສະເພາະແມ່ນບັນດາໂຄງການ-ແຜນງານ ທີ່ນອນໃນຄວາມຮັບຜິດຊອບຂອງສາມພາກສ່ວນທີ່ກ່າວມາຂ້າງເທິງ, ນອກນັ້ນ ກອງປະຊຸມຍັງໄດ້ຮັບຟັງການນໍາສະເໜີແນວຄວາມຄິດໃນການພັດທະນາກົນໄກການຊື້-ຂາຍ ເພື່ອເປັນການສ້າງສະພາບຄ່ອງໃຫ້ແກ່ຕະຫຼາດຫຼັກຊັບ ເປັນຕົ້ນແມ່ນ: ທຸລະກໍາການຢຶມ ແລະ ໃຫ້ຢືມຫຼັກຊັບ (Securities Borrowing and Lending), ທຸລະກໍາການກູ້ຢືມເງິນເພື່ອຊື້ຫຼັກຊັບ (Margin Trading), ຜູ້ສ້າງສະພາບຄ່ອງ (Liquidity Provider), ລະບົບຊື້-ຂາຍຫຼັກຊັບໃນໂທລະສັບມືຖື (Mobile Trading System) ແລະ ກົນໄກກໍານົດລາຄາຮຸ້ນ. ຜ່ານການນໍາສະເໜີ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສຸມໃສປຶກສາຫາລື ເພື່ອກໍານົດທິດທາງ-ແຜນການ ໃນການຈັດຕັ້ງປະຕິບັດບັນດາແຜນງານ-ໂຄງການ ທີ່ລະບຸຢູ່ໃນແຜນຍຸດທະສາດພັດທະນາຕະຫຼາດທຶນລາວ.

Untitled Document

ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.