Thursday, 02 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄົບຄະນະ ຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ I ປີ 2023
ວັນທີອອກຂ່າວ: 2023-02-22 09:51:57

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 21 ກຸມພາ 2023 ທີ່ຫ້ອງປະຊຸມປະຈຳສຳນັກງານນາຍົກລັດຖະມົນຕີ ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼື ຄຄຊ ໄດ້ຖືກໄຂຂື້ນຢ່າງເປັນທາງການ ໂດຍການໃຫ້ກຽດເປັນປະທານໂດຍ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ຊຶ່ງຜູ້ເຂົ້າຮ່ວມແມ່ນປະກອບມີ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບຜູ້ປະຈຳການ ພ້ອມດ້ວຍບັນດາຄະນະໃນ ຄຄຊ ທີ່ຕາງໜ້າຈາກກະຊວງທີ່ກ່ຽວຂ້ອງ, ຫົວໜ້າ ແລະ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ປະທ່ານສະພາບໍລິຫານ ແລະ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ພ້ອມທັງບັນດາພະນັກງານທີ່ກ່ຽວຂ້ອງຈາກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ເຂົ້າຮ່ວມຫຼາຍກວ່າ 20 ທ່ານ.

ຈຸດປະສົງຂອງກອງປະຊຸມຄົບຄະນະຂອງຄະນະກໍາມະການຄຸ້ມຄອງຫລັກຊັບ ຄັ້ງທີ 1 ປະຈໍາປີ 2023.ນີ້ ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິຂອງກອງປະຊຸມຄັ້ງຜ່ານມາ ແລະ ລາຍງານຜົນການເຄື່ອນໄຫວປະຈຳປີ 2022 ແລະ ທິດທາງໃນປີ 2023 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຊຶ່ງຮັບຜິດຊອບລາຍງານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ນອກຈາກນີ້ ກອງປະຊຸມຍັງໄດ້ຮັບຟັງການລາຍງານຂອງທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ກ່ຽວກັບ ສະພາບການພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງ ຕະຫຼາດຫຼັກຊັບລາວປະຈຳປີ 2022 ແລະ ທິດທາງແຜນການໃນປີ 2023.

ຫຼັງຈາກທ່ານ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ສຳເລັດການລາຍງານ, ທ່ານປະທານກອງປະຊຸມ ໄດ້ມີທິດຊີ້ນຳໃນການປະຕິບັດວຽກງານໂດຍສຸມໃສ່ວຽກງານຕົ້ນຕໍ່ເປັນຕົ້ນແມ່ນ ການຈັດບູລິມະສິດບໍລິສັດເປົ້າໝາຍຈົດທະບຽນໃນກະດານຫຼັກ ແລະ ກະດານຮອງ, ການຄົ້ນຄວ້າກ່ຽວກັບນະໂຍບາຍຊຸກຍູ້ບໍລິສັດຈົດທະບຽນໃນຮູບແບບທີ່ເໝາະສົມ, ການພັດທະນາຕະຫລາດພັນທະບັດ, ຮຸ້ນກູ້ ແລະຜະລິດຕະພັນໃຫມ່ ພ້ອມທັງ ວງກງານພັດທະນາລະບົບພື້ນຖານໂຄງລ່າງຂອງຕະຫຼາດທຶນລາວ.

ກ່ອນທີ່ກອງປະຊຸມຈະຖືກປິດລົງຢ່າງຈົບງາມ, ເພື່ອຮັບປະກັນການຈັດຕັ້ງປະຕິບັດບັນດາທິດຊີ້ນຳ ແລະ ມະຕິກອງປະຊຸມ ໃຫ້ໄດ້ຮັບໝາກຜົນເປັນຮູບປະທຳ, ທ່ານປະທານກອງປະຊຸມ ໄດ້ມອບໃຫ້ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ ຜູ້ປະຈໍາການ ແລະ ສຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ ພ້ອມທັງ, ຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງ. ໃນການຈັດຕັ້ງປະຕິບັດ ກໍ່ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ. ຈາກນັ້ນ, ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ກອງປະຊຸມຄົບຄະນະຂອງ ຄຄຊ ຄັ້ງຕໍ່ໄປ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.