Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum: ACMF Chairs meeting) ຄັ້ງທີ 37 ຢູ່ທີ່ ພະນົມເປັນ, ປະເທດກຳປູເຈຍ
ວັນທີອອກຂ່າວ: 2022-11-17 20:14:39

ເນື້ີອໃນຂ່າວ:

ໃນວັນທີ 27 ຕຸລາ 2022 ທີ່ຜ່ານມາ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມ ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum: ACMF Chairs meeting) ຄັ້ງທີ 37 ຢູ່ທີ່ ພະນົມເປັນ, ປະເທດກຳປູເຈຍ ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ກໍາປູເຈຍ ແລະ ຜູ້ຕາງໜ້າ 10 ປະເທດອາຊຽນ, ທະນາຄານພັດທະນາອາຊີ (Asian Development Bank) ແລະ ສະຖາບັນການເງິນຍືນຍົງອາຊີ (Sustainable Finance Institute Asia)ຊຶ່ງຜູ້ຕາງຈາກ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ນ. ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສຄຄຊ.

ກອງປະຊຸມດັ່ງກ່າວ ໄດ້ຮັບຮອງມາດຕະຖານພັນທະບັດທີ່ກ່ຽວຂ້ອງກັບ ວຽກງານການເງິນແບບຍືນຍົງຂອງອາຊຽນ (ASEAN Sustainable-linked Bond Standards) ແລະ ມາດຕະຖານກ່ຽວກັບກອງທຶນທີ່ມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຍືນຍົງອາຊຽນ (ASEAN Sustainable and Responsible Fund Standard: SRFS) ຊຶ່ງວຽກງານດັ່ງກ່າວໄດ້ສະໜັບສະໜູນ ການຈັດຕັ້ງປະຕິບັດການເຊື່ອມໂຍງອາຊຽນຮອດປີ 2030 ທີ່ຕິດພັນກັບວຽກງານຕ້ານການປ່ຽນແປງດິນຟ້າອາກາດ. ພ້ອມນີ້, ການຮັບຮອງສອງມາດຕະຖານດັ່ງກ່າວ ຍັງໄດ້ຊີ້ໃຫ້ເຫັນເຖິງຄາດໝາຍ ເພື່ອໃຫ້ສາມາດບັນລຸເປົ້າໝາຍ ທີ່ກຳນົດໃນແຜນປະຕິບັດຂອງ ACMF 5 ປີ 2021-2025. ນອກນີ້, ກອງປະຊຸມຍັງໄດ້ຮັບຊາບ ຄວາມຄືບໜ້າວຽກງານການກຳນົດການແຍກປະເພດການເງິນສີຂຽວອາຊຽນ (ASEAN Taxonomy for Sustainable Finance) ໂດຍ ຄະນະກຳມະການການກຳນົດການແຍກປະເພດການເງິນສີຂຽວອາຊຽນ (ASEAN Taxonomy Board: ATB).

ນອກນີ້, ເພື່ອເປັນການສົ່ງເສີມ ແລະ ໂຄສະນາເຜີຍແຜ່ ວຽກງານກອງທຶນຂ້າມແດນ ແລະ ກອງທຶນອາຊຽນ, ທີ່ປະຊຸມຍັງໄດ້ຮັບຮອງເອົາວຽກງານກອງທຶນອາຊຽນ (ASEAN Collective Investment Scheme Digital Repository). ພ້ອມນີ້, ທີ່ປະຊຸມຍັງໄດ້ຮັບຊາບ ຄວາມຄືບໜ້າວຽກງານຂອງ ຄະນະຄົ້ນຄວ້າ ມາດຕະຖານການເປີດເຜີຍຂໍ້ມູນ ແລະ ໜັງສືຊວນຊື້, ຄະນະຄົ້ນຄວ້າການເງິນແບບຍືນຍົງ (Sustainable Finance Working Group), ຄະນະຄົ້ນຄວ້າໜ່ວຍງານຊຸກຍູ້ ການຮັບຮູ້ການເຄື່ອນໄຫວຂອງນັກວິຊາຊີບທຸລະກິດຫຼັກຊັບ ໃນການໃຫ້ບໍລິການວຽກງານຫຼັກຊັບຕ່າງປະເທດ (Professional Mobility), ຄະນະຄົ້ນຄວ້າ ການຄຸ້ມຄອງບໍລິຫານໃນຂອບເຂດອາຊຽນ (WG-D Corporate Governance Working Group), ວຽກງານຊັບສິນດິຈິຕອນ (Digital Asset Oversight Networking).

ຄຽງຄູ່ກັນນີ້, ກອງປະຊຸມຍັງໄດ້ເປັນສັກຂີພິຍານ ຕໍ່ກັບ ການມອບ-ຮັບການເປັນປະທານ ACMF ຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ກຳປູເຈຍ ປະຈໍາປີ 2022 ໃຫ້ແກ່ ຄະນະກຳມະການຄຸ້ມຄອງຫລັກຊັບ ອິນໂດເນເຊຍ ເພື່ອເປັນປະທານ ACMF ປະຈໍາປີ 2023 ໂດຍມີ ສຄຄຊ ເປັນຮອງປະທານ.

ກອງປະຊຸມ ACMF Chairs Meeting ເປັນກອງປະຊຸມຕໍ່ເນື່ອງ ແລະ ຕິດພັນໂດຍກົງກັບວຽກງານການພັດທະນາຕະຫຼາດທຶນຂອງ ສຄຄຊ ໄລຍະຜ່ານມາ ສຄຄຊ ກໍ່ໄດ້ນໍາເອົາບົດຮຽນຂອງບັນດາປະເທດອາຊຽນ ເພື່ອມາສຶກສາຄົ້ນຄ້ວາ ແລະ ກະກຽມວຽກງານຫຼັກຊັບຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບມາດຖານຕ່າງໆຂອງອາຊຽນເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.