Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຂະບວນການກິລາຍ່າງ ເພື່ອສຸຂະພາບ ເພື່ອຊົມເຊີຍວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 12 ປີ
ວັນທີອອກຂ່າວ: 2022-11-02 16:06:10

ເນື້ີອໃນຂ່າວ:

ໃນຕອນເຊົ້າເວລາ 6 ໂມງ ຂອງວັນທີ 22 ຕຸລາ 2022 ທີ່ ເດີ່ນພະທາດຫຼວງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ພ້ອມດ້ວຍ ຄະນະອໍານວຍການ ຂອງຕະຫຼາດຫຼັກຊັບລາວ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ໄດ້ຮ່ວມກັນຈັດຂະບວນການກິລາຍ່າງ ເພື່ອສຸຂະພາບ ເພື່ອຊົມເຊີຍວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 12 ປີ (10/10/2010 -10/10/2022) ໄລຍະ 5 ກິໂລແມັດ ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ. ໃນຂະບວນການກິລາຍ່າງໃນຄັ້ງນີ້ ມີຜູ້ເຂົ້າຮ່ວມມາຈາກ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຄະນະກະກຽມສ້າງຕັ້ງຕະຫຼາດຫຼັກຊັບລາວ, ບັນດາການນໍາຈາກ ທະນາຄານ ແຫ່ງ ສປປ ລາວ, ຄະນະອໍານວຍການ ຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນ, ບໍລິສັດເປົ້າໝາຍຜູ້ມີສ່ວນຮ່ວມໃນຕະຫຼາດທຶນ, ພະນັກງານ ຂອງຂະແໜງ ການຕະຫຼາດທຶນ ແລະ ບັນດາແຂກຜູ້ມີກຽດ ຫຼາຍກວ່າ 500 ທ່ານ.

ຈຸດປະສົງຂອງຂະບວນການກິລາຍ່າງໃນມື້ນີ້ ແມ່ນເພື່ອຊົມເຊີຍວັນສ້າງຕັ້ງຕະຫຼາດທຶນລາວ ຄົບຮອບ 12 ປີ (10/10/2010 -10/10/2022) ແນໃສ່ສ້າງຂະບວນການຟົດຟື້ນ, ຍົກສູງຜົນງານ ແລະ ການເຄື່ອນໄຫວວຽກງານຫຼັກຊັບ ໃຫ້ມີຄວາມພົ້ນເດັ່ນໃນສັງຄົມຫຼາຍຍິ່ງຂຶ້ນ ພ້ອມທັງ ເສີມຂະຫຍາຍສາຍສໍາພັນໃຫ້ແໜ້ນແຟ້ນ ພາຍໃນຜູ້ມີສ່ວນຮ່ວມວຽກງານຕະຫຼາດທຶນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.