Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການພັດທະນາຕະຫຼາດທຶນອາຊຽນ ASEAN Capital Markets Forum Deputies (ACMF Deputies)
ວັນທີອອກຂ່າວ: 2022-09-21 15:12:24

ເນື້ີອໃນຂ່າວ:

ໃນວັນທີ 19 ກັນຍາ 2022 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມ ຜ່ານທາງອອນລາຍ ໃນຫົວຂໍ້: “ການພັດທະນາຕະຫຼາດທຶນອາຊຽນ ASEAN Capital Markets Forum Deputies (ACMF Deputies)” ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ກໍາປູເຈຍ ແລະ ຜູ້ຕາງໜ້າ 10 ປະເທດອາຊຽນ ຊຶ່ງຜູ້ຕາງຈາກ ສປປ ລາວ ເຂົ້າຮ່ວມໂດຍ ທ່ານ ສຽວສະຫວາດ ທີລະກຸນ, ຮອງຫົວໜ້າ ສຄຄຊ ແລະ, ທະນາຄານພັດທະນາອາຊີ (Asian Development Bank), ສະຖາບັນການເງິນຍືນຍົງອາຊີ (Sustainable Finance Institute Asia) ພ້ອມທັງຄະນະຮັບຜິດຊອບວຽກງານດັ່ງກ່າວ ເຂົ້າຮ່ວມຫຼາຍກ່ວາ 90 ທ່ານ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນໄດ້ສຸມໃສ່ ແລະ ເນັ້ນໜັກວຽກງານການພັດທະນາວຽກງານຕະຫຼາດທຶນອາຊຽນ ເປັນຕົ້ນແມ່ນ: 1. ລາຍງານຄວາມຄືບໜ້າຂອງຄະນະຄົ້ນຄ້ວາ ມາດຕະຖານການເປີດເຜີຍຂໍ້ມູນ ແລະ ໜັງສືຊວນຊື້; 2. ລາຍງານຄວາມຄືບໜ້າ ຄະນະຄົ້ນຄ້ວາ ວຽກງານກອງທຶນອາຊຽນ (ASEAN Collective Investment Scheme); 3. ລາຍງານຄວາມຄືບໜ້າ ວຽກງານຊັບສິນດິຈິຕອນ (Digital Asset Oversight Networking); 4. ລາຍງານຄວາມຄືບໜ້າ ຄະນະຄົ້ນຄ້ວາໜ່ວຍງານຊຸກຍູ້ການຮັບຮູ້ການເຄື່ອນໄຫວຂອງນັກວິຊາຊີບທຸລະກິດຫຼັກຊັບ ໃນການໃຫ້ບໍລິການວຽກງານຫຼັກຊັບຕ່າງປະເທດ (Professional Mobility); 5. ລາຍງານຄວາມຄືບໜ້າຂອງ ຄະນະຄົ້ນຄ້ວາ ການຄຸ້ມຄອງບໍລິຫານໃນຂອບເຂດອາຊຽນ (WG-D Corporate Governance Working Group); 6. ລາຍງານຄວາມຄືບໜ້າຂອງ ຄະນະຄົ້ນຄ້ວາການເງິນແບບຍືນຍົງ (Sustainable Finance Working Group) ແລະ ຮັບຮອງມາດຕະຖານຂອງວຽກງານດັ່ງກ່າວ.

ກອງປະຊຸມ ACMF Deputies ເປັນກອງປະຊຸມຕໍ່ເນື່ອງ ແລະ ຕິດພັນໂດຍກົງກັບວຽກງານການພັດທະນາຕະຫຼາດທຶນຂອງ ສຄຄຊ ໄລຍະຜ່ານມາ ສຄຄຊ ກໍ່ໄດ້ນໍາເອົາບົດຮຽນຂອງບັນດາປະເທດອາຊຽນ ເພື່ອມາສຶກສາຄົ້ນຄ້ວາ ແລະ ກະກຽມວຽກງານຫຼັກຊັບຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບມາດຖານຕ່າງໆຂອງອາຊຽນເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.