Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ນິຕິກຳທີ່ຕິດພັນກັບວຽກງານຫຼັກຊັບ ໃຫ້ແກ່ 7 ບໍລິສັດຈົດທະບຽນ
ວັນທີອອກຂ່າວ: 2022-09-08 13:12:21

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 5 ກັນຍາ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳທີ່ຕິດພັນກັບວຽກງານຫຼັກຊັບໃຫ້ແກ່ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ຈຳນວນ 7 ແຫ່ງຂຶ້ນເຊິ່ງປະກອບມີ: ບໍລິສັດ ຊີມັງລາວ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ, ບໍລິສັດ ມະຫະທຶນເຊົ່າສິນເຊື່ອ ມະຫາຊົນ, ບໍລິສັດ ພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ບໍລິສັດລາວອາໂກຣເທັກ ມະຫາຊົນ, ບໍລິສັດ ວຽງຈັນເຊັນເຕີລາວ ມະຫາຊົນ ແລະ ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ ໂດຍການໃຫ້ກຽດເປັນປະທານຂອງທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ ຍັງມີບັນດາຄະນະອຳນວຍການ ແລະ ຜູ້ຕາງໜ້າຈາກບໍລິສັດຈົດທະບຽນເຂົ້າຮ່ວມກອງປະຊຸມເຜີຍແຜ່ຢ່າງພ້ອມພຽງຈຳນວນ 9 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອເປັນການທົບທວນ ແລະ ເຜີຍແຜ່ນິຕິກຳປິ່ນອ້ອມວຽກງານຫຼັກຊັບທັງສະບັບທີ່ມີການປັບປຸງ ແລະ ສ້າງໃໝ່ເພື່ອເຜີຍແຜ່ໃຫ້ແກ່ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດການເຄື່ອນໄຫວກິດຈະກຳໃນບໍລິສັດຈົດທະບຽນໃຫ້ສອດຄ່ອງກັບລະບຽບຫຼັກການຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບທີ່ໄດ້ກຳນົດໄວ້. ກອງປະຊຸມເຜີຍແຜ່ໃນຄັ້ງນີ້ດຳເນີນໄປເປັນເວລາເຄິ່ງວັນ ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີເອກະສານ 4 ສະບັບດ້ວຍກັນຄື: 1) ຂໍ້ຕົກລົງວ່າດ້ວຍສະພາບໍລິຫານ, 2) ຄໍາແນະນຳວ່າດ້ວຍການຈັດກອງປະຊຸມຜູ້ຖືຮຸ້ນ (ສະບັບປັບປຸງ), 3) ຂໍ້ຕົກລົງວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ (ສະບັບປັບປຸງ) ແລະ 4) ຂໍ້ຕົກລົງວ່າດ້ວຍການຊື້ຮຸ້ນຄືນຂອງບໍລິສັດຈົດທະບຽນ (ສະບັບສ້າງໃໝ່) ຊຶ່ງທັງໝົດ 4 ຫົວຂໍ້ນີ້ຈະຖືກນຳສະເໜີໂດຍ ທ່ານ ສອນໄຊ ວົງພິເດດ ຮອງຫົວໜ້າພະແນກນິຕິກຳ ສຄຄຊ.

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສຳເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາເຮັດໃຫ້ບັນຍາກາດກອງປະຊຸມໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ ແລະ ສຸດທ້າຍກອງປະຊຸມກໍ່ໄດ້ຈົບລົງຕາມວັນເວລາທີ່ກຳນົດໄວ້ໃນວາລະກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.