Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄົບຄະນະ ຂອງຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ II ປີ 2022
ວັນທີອອກຂ່າວ: 2022-09-05 16:10:19

ເນື້ີອໃນຂ່າວ:

ເພື່ອລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2022 ແລະ ລາຍງານທິດທາງແຜນການຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2022 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຕໍ່ກອງປະຊຸມ ຄຄຊ ເພື່ອຮັບຊາບ ແລະ ພິຈາລະນາຮັບຮອງ, ສຄຄຊ ໄດ້ຈັດກອງປະຊຸມຄົບຄະນະຂອງ ຄຄຊ ຄັ້ງທີ II ປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຊັ້ນ 5 ອາຄານ ສຄຄຊ ໃນຕອນເຊົ້າຂອງວັນທີ 05 ກັນຍາ 2022 ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄຄຊ, ທັງເປັນຜູ້ປະຈຳການ ພ້ອມດ້ວຍບັນດາຄະນະກຳມະການ, ຄະນະ ສຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 26 ກວ່າທ່ານ.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ມີເນື້ອໃນອັນຄົບຖ້ວນ ຊຶ່ງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ກໍໄດ້ສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຢ່າງລະອຽດ, ຢ່າງກົງໄປກົງມາ ແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງແທດເໝາະ ແລະ ມີປະສິດທິພາບສູງ ບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ. ໃນຕອນທ້າຍກອງປະຊຸມ ທ່ານປະທານ ຍັງໄດ້ຕີລາຄາສູງກ່ຽວກັບຜົນງານທີ່ຍາດມາໄດ້ຂອງ ສຄຄຊ ແລະ ໄດ້ເນັ້ນໜັກບາງບັນຫາ ໃນການສືບຕໍ່ແກ້ໄຂວຽກງານທີ່ຍັງບໍ່ທັນສຳເລັດໃນມະຕິຄັ້ງທີ I ທີ່ຜ່ານມາ; ພ້ອມທັງສຸມໃສ່ການລະດົມວິສາຫະກິດທີ່ໄດ້ເງື່ອນໄຂເຂົ້າລະດົມທຶນໃນຕະຫຼາດຫຼັກຊັບລາວ (ຕລຊລ) ລວມທັງ ວິສາຫະກິດຂະໜາດໃຫຍ່, ກາງ ແລະ ນ້ອຍ ຄຽງຄູ່ກັບການສ້າງເງືອນໄຂຮອບດ້ານໃຫ້ ຕລຊລ ມີກະດານຮອງ ເພື່ອເປັນທາງເລືອກໃນການລະດົມທຶນ ແລະ ການພັດທະນາການລະດົມທຶນ ດ້ວຍການອອກຮຸ້ນກູ້ສີຂຽວ, ສັງຄົມ ແລະ ຍືນຍົງ, ສະນັ້ນ, ເພື່ອຮັບປະກັນຂອດການຈັດຕັ້ງປະຕິບັດ ທ່່ານປະທານ ຍັງໄດ້ມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ, ຜູ້ປະຈຳການ ແລະ ສຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ໃຫ້ ຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ; ແລະ ເພື່ອຮັບປະກັນການຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ. ຈາກນັ້ນ ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ຄະນະ ຄຄຊ ຫຼື ລາຍງານໃນກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບຄັ້ງຕໍ່ໄປ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.