Tuesday, 30 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່-ເຊື່ອມຊຶມ ເນື້ອໃນເອກະສານຜົນສຳເລັດການດຳເນີນກອງປະຊຸມ ເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ ຄັ້ງທີ 6 ສະໄໝທີ IV
ວັນທີອອກຂ່າວ: 2022-08-26 15:23:36

ເນື້ີອໃນຂ່າວ:

ເພື່ອເປັນການປະຕິບັດຕາມມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກທະນາຄານແຫ່ງ ສປປ ລາວ (ທຫລ) ຄັ້ງທີ 6 ສະ ໄໝທີ IV ກໍ່ຄືແຈ້ງການຂອງກົມຈັດຕັ້ງແລະພະນັກງານ. ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໜ່ວຍພັກ ສຄຄຊ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່-ເຊື່ອມຊຶມ ເນື້ອໃນເອກະສານຜົນສຳເລັດການດຳເນີນກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 6 ສະໄໝທີ IV ຂື້ນໃນຕອນບ່າຍຂອງວັນທີ 23 ສິງຫາ 2022 ທີ່ຫ້ອງປະຊຸມໃຫຍ່ ສຄຄຊ , ພາຍໃຕ້ການເປັນປະທານຂອງທ່ານ ນາງ ວັດທະນາ ດາລາລອຍ ກໍາມະການປະຈໍາພັກ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ພະນັກງານການນຳ ແລະ ວິຊາການຈາກ ສຄຄຊ ແລະ ຕະຫຼາດຫຼັກຊັບລາວ (ຕລຊລ) ເຂົ້າຮ່ວມຈຳນວນ 61 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ເອກະສານສຳຄັນໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີໃຫ້ພະນັກງານຈາກທັງສອງພາກສ່ວນຮັບຮູ້ ແລະ ເຂົ້າໃຈກ່ຽວກັບ (1) ມະຕິກອງປະຊຸມຄົບຄະນະ ຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກ ສະ ໄໝທີ XI, (2) ມະຕິກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານພັກ ທຫລ ຄັ້ງທີ 6 ສະໄໝທີ IV, (3) ບົດສະຫຼຸບຕີລາຄາການຊີ້ນໍາ-ນໍາພາວຽກງານຂອງຄະນະບໍລິຫານງານພັກ ທຫລ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2022 ແລະ (4) ລະນຶກວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 113 ປີ (13/7/1909-13/7/2022) ເພື່ອຍົກສູງຄວາມເຂົ້າໃຈໃຫ້ແກ່ພະນັກງານທັງສອງພາກສ່ວນໃຫ້ໄດ້ມີໂອກາດໄດ້ຮຽນຮູ້ກ່ຽວກັບບັນດາມະຕິຂອງຄະນະພັກ ທຫລ ແຕ່ລະສະໄໝ ເພື່ອນຳມາຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

ບັນຍາກາດໃນກອງປະຊຸມດໍາເນີນໄປຢ່າງຟົດຟື້ນ ເຫັນໄດ້ຈາກການຕັ້ງໜ້າຮັບຟັງການເຜີຍແຜ່, ແລກປ່ຽນຄວາມຄິດເຫັນ ແລະ ຍົກຂໍ້ສະເໜີຕ່າງໆທີ່ເປັນວິທີທາງໃນການປັບປຸງແກ້ໄຂຈຸດອອ່ນ ເພື່ອເຮັດໃຫ້ຕະຫຼາດທຶນລາວໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ. ກອງປະຊຸມເຜີຍແຜ່ຄັ້ງນີ້ໄດ້ດໍາເນີນໄປເປັນເວລາເຄິ່ງວັນຕາມວາລະດ້ວຍຄວາມຟົດຟື້ນ ແລະ ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.