Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ທະນາຄານແຫ່ງ ສປປ ລາວ ຈັດກິດຈະກຳແຂ່ງຂັນກິລາດອກປີກໄກ່ ແລະ ເປຕັງ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022.
ວັນທີອອກຂ່າວ: 2022-08-24 08:28:50

ເນື້ີອໃນຂ່າວ:

ໃນຕອນເຊົ້າ ຂອງວັນທີ 20 ສິງຫາ 2022 ທີ່ ເດີ່ນກິລາໃນຮົ່ມບຶງຂະຫຍອງ ນະຄອນຫຼວງວຽງຈັນ, ທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ທະນາຄານທຸລະກິດຂອງຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ໄດ້ຮ່ວມກັນຈັດກິດຈະກຳສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ (ຊາຍ-ຍິງ) ແລະ ເປຕັງ(ຊາຍ-ຍິງ) ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022, ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ພ້ອມດ້ວຍ ຄະນະນຳ-ຄະນະກົມຈາກທະນາຄານແຫ່ງ ສປປ ລາວ, ຄະນະອຳນວຍການຂອງທະນາຄານທຸລະກິດຫວຽດນາມ ທີ່ດຳເນີນທຸລະກິດຢູ່ ສປປ ລາວ ພ້ອມດ້ວຍພະນັກງານຂະແໜງການທະນາຄານ ແລະ ນັກກິລາເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ນາງ ວັດທະນາ ດາລາລອຍ ໄດ້ໃຫ້ຮູ້ຈຸດປະສົງຂອງກິດຈະກຳໃນຄັ້ງນີ້ເພື່ອເປັນການ ເຄື່ອນໄຫວສ້າງຂະບວນການ ສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປີ 2022 ຊຶ່ງປະກອບມີ 2 ວັນປະຫວັດສາດຄື: ວັນເຊັນສັນຍາມິດຕະພາບ-ການຮ່ວມມື ຄົບຮອບ 45 ປີ (18/07/1977 – 18/07/2022) ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5/9/1962 – 5/9/2022). ໃຫ້ມີຄວາມເບີກບານມ່ວນຊື່ນ, ມີຄວາມຟົດຟື້ນ, ມີຊີວິດຊີວາ ແລະ ກາຍເປັນສັນຍາລັກ ແຫ່ງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ສອງຊາດ ລາວ-ຫວຽດນາມ, ທະນາຄານແຫ່ງ ສປປ ລາວ ໂດຍສົມທົບກັບທະນາຄານທຸລະກິດຫວຽດນາມທີ່ດຳເນີນທຸລະກິດໃນ ສປປ ລາວ ຈຶ່ງໄດ້ຈັດກິດຈະກຳດັ່ງກ່າວຂຶ້ນ ເພື່ອເສີມສ້າງຄວາມສາມັກຄີ, ເສີມຂະຫຍາຍສາຍພົວພັນອັນສະໜິດແໜ້ນ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າພາຍໃນຂະ ແໜງການທະນາຄານ-ການເງິນ.

ທະນາຄານ ແຫ່ງ ສປປ ລາວ ໃນໄລຍະຜ່ານມາ ກໍໄດ້ມີການພົວພັນຮ່ວມມືຊະນິດແໜ້ນ ກັບທະນາຄານ ແຫ່ງລັດ ຫວຽດນາມ ໂດຍສະເພາະມີການພົບປະແລກປ່ຽນຮ່ວມມືດ້ານວິຊາການ ເພື່ອຊຸກຍູ້ໃຫ້ທະນາຄານທຸລະກິດຂອງຫວຽດນາມ ຢູ່ ສປປ ລາວ ເພື່ອແນ່ໃສ່ເຮັດໃຫ້ຂະແໜງທະນາຄານມີຄວາມເຕີບໃຫຍ່ເຂັ້ມແຂງ ແລະ ໝັ້ນຄົງ ທັງເປັນການປະກອບສ່ວນພັດທະນາສ້າງສາປະເທດຊາດໃຫ້ບັນລຸໄດ້ຕາມຄາດໝາຍທີ່ພັກ-ລັດ ກຳນົດໄວ້.

ຄ່ຽງຄູ່ກັນນັ້ນຂະແໜງທະນາຄານພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກ ທະນາຄານ ແຫ່ງ ສປປ ລາວ ຕິດພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຕົວຈິງ ຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.