Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ງານເປີດໂຕການນຳໃຊ້ລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບໃຫ້ສາມາດເຊື່ອມຕໍ່ໄດ້ກັບຫຼາຍທະນາຄານຕົວແທນ ຫຼື Multiple Bank Linked ຢ່າງເປັນທາງການ
ວັນທີອອກຂ່າວ: 2022-08-10 09:41:37

ເນື້ີອໃນຂ່າວ:

ເພື່ອເປີດໂຕລະບົບ Multiple Bank Linked (MBL) ທີ່ ຕະຫຼາດຫຼັກຊັບລາວ ໄດ້ພັດທະນາ ຮ່ວມກັບ ຜູ້ພັດທະນາຈາກ ສ. ເກົາຫຼີ ແລະ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ. ໂດຍແນ່ໃສ່ອໍານວຍຄວາມສະດວກແກ່ຜູ້ລົງທຶນ ໃຫ້ສາມາດຊື້ ຂາຍຮຸ້ນ ໃນ ຕລຊລ ໄດ້ຜ່ານຫຼາຍທະນາຄານຕົວແທນເພື່ອການຫັກບັນຊີ ບໍ່ວ່າຜູ້ລົງທຶນຈະມີບັນຊີເງິນກັບທະນາຄານທຸລະກິດໃດກໍ່ຕາມ, ຜູ້ລົງທຶນກໍ່ສາມາດຊື້ ຂາຍຮຸ້ນ ໃນ ຕລຊລ ໄດ້ໂດຍບໍ່ມີຂໍ້ຈຳກັດ.

ຕະຫຼາດຫຼັກຊັບລາວ ໄດ້ຈັດ “ງານເປີດໂຕການນຳໃຊ້ລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບໃຫ້ສາມາດເຊື່ອມຕໍ່ໄດ້ກັບຫຼາຍທະນາຄານຕົວແທນ ຫຼື Multiple Bank Linked ຢ່າງເປັນທາງການ” ໃນຕອນເຊົ້າຂອງວັນທີ 05 ສິງຫາ 2022, ທີ່ອາຄານຕະຫຼາດຫຼັກຊັບລາວ ພາຍໃຕ້ການເປັນປະທານໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ນາງ ວິໄລທອງ ທຳມະວົງສາ, ຮັກສາການຜູ້ອຳນວຍການ ບໍລິສັດ ຫຼັກຊັບ ລ້ານຊ້າງ ມະຫາຊົນ, ທ່ານ ປອ ສຸດທິເດດ ບຸນລືໄຊ ຮອງຜູ້ອໍານວຍການ ບໍລິສັດຫຼັກຊັບລາວ-ຈີນ ຈໍາກັດ, ພ້ອມດ້ວຍ ທ່ານ ຜູ້ອໍານວຍການ ແລະ ຕ່າງໜ້າ ຈາກບັນດາທະນາຄານທຸລະກິດຫຼາຍກວ່າ 50 ທ່ານ.

ເນື່ອງຈາກວ່າກ່ອນໜ້ານີ້ລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບ (Ledger System) ແມ່ນໄດ້ຖືກອອກແບບມາໃຫ້ ສາມາດເຊື່ອມຕໍ່ໄດ້ພຽງ 1 ບໍລິສດຫຼັກຊັບ ກັບ 1 ທະນາຄານຕົວແທນເພື່ອການຫັກບັນຊີ ເທົ່ານັ້ນ ຄື: ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ແລະ ທະນາຄານພັດທະນາລາວ, ເຮັດໃຫ້ຜູ້ລົງທຶນທີ່ມີບັນຊີເງິນຢູ່ທະນາຄານທຸລະກິດອື່ນໆ ບໍ່ສາມາດເຂົ້າມາແລກປ່ຽນຊື້ ຂາຍຮຸ້ນ ໃນ ຕລຊລ ໄດ້ຢ່າງຄ່ອງຕົວ ເນື່ອງຈາກລະບົບການຊື້ ຂາຍຮຸ້ນ ສໍາລັບບໍລິສັດຫຼັກຊັບ (Ledger System) ບໍ່ໄດ້ຮອງຮັບການເຊື່ອມຕໍ່ກັບຫຼາຍທະນາຄານຕົວແທນເພື່ອການຫັກບັນຊີ.

ລະບົບ Multiple Bank Linked ໄດ້ຮັບການພັດທະນາໃໝ່ນີ້ແມ່ນ ສາມາດເຊື່ອມຕໍ່ໄດ້ກັບຫຼາຍທະນາຄານຕົວແທນເພື່ອການຫັກບັນຊີ ໂດຍມີ 2 ຮູບແບບການເຊື່ອມຕໍ່ຄື: 1) ການເຊື່ອມຕໍ່ແບບທາງກົງ (Direct): ຊຶ່ງທະນາຄານຕົວແທນເພື່ອການຫັກບັນຊີ ທີ່ມີລະບົບ Bank Link ເປັນຂອງຕົນເອງ ສາມາດເຊື່ອມຕໍ່ເຂົ້າຫາລະບົບ Ledger ຂອງ ຕລຊລ ໄດ້ໂດຍກົງ ແລະ 2) ການເຊື່ອມຕໍ່ຜ່ານທະນາຄານຕົວກາງແບບອອກໜ້າ (Lead Correspondent Bank): ໝາຍຄວາມວ່າທະນາຄານຕົວແທນເພື່ອການຫັກບັນຊີໃດໜຶ່ງ ອອກໜ້າແທນທະນາຄານຕົວແທນເພື່ອການຫັກບັນຊີອື່ນ ເຊິ່ງປະຈຸບັນ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ມີຄວາມພ້ອມໃນການເຮັດໜ້າທີ່ເປັນທະນາຄານຕົວກາງແບບອອກໜ້າ ແລະ ມີລະບົບຮອງຮັບເປັນທີ່ຮຽບຮ້ອຍແລ້ວ.

ການພັດທະນາລະບົບດັ່ງກ່າວ ຖືເປັນໝາກຜົນສໍາເລັດອັນຈົບງາມ ແລະ ຖືເປັນບາດກ້າວທີ່ມີຄວາມສໍາຄັນຢ່າງຍິ່ງໃຫ້ແກ່ ຕະຫຼາດທຶນ ແຫ່ງ ສປປ ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.