Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່
ວັນທີອອກຂ່າວ: 2022-08-05 10:46:43

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 03 ສິງຫາ 2022, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີປະກາດການແຕ່ງຕັ້ງຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ (ຕລຊລ) ຄົນໃໝ່ ຂຶ້ນທີ່ ທີ່ອາຄານ ຕລຊລ ຊັ້ນ 8, ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານນາງ ວັດທະນາ ດາລາລອຍ, ຄະນະປະຈຳພັກ ທຫລ ຮອງຜູ້ວ່າການ ທຫລ ໂດຍມີບັນດາຄະນະນໍາ ຜູ້ຕາງໜ້າ ຈາກກົມກອງ ພາຍໃນ ທຫລ, ຕລຊລ, ບັນດາບໍລິສັດຈົດທະບຽນ, ບໍລິສັດຫຼັກຊັບ, ພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີດັ່ງກ່າວ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ, ຫົວໜ້າຫ້ອງການ ທຫລ, ປະທານ ສະພາບໍລິຫານ ຕລຊລ ໄດ້ຂຶ້ນຜ່ານ ຂໍ້ຕົກລົງສະພາບໍລິຫານ ຕລຊລ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານ.

ຫຼັງຈາກນັ້ນ ກໍ່ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ (ຕລຊລ) ລະຫວ່າງ ທ່ານນາງ ສາຍສະໝອນ ຈັນທະຈັກ, ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ເກົ່າ) ແລະ ທ່ານ ສຸພັກ ຖິ່ນໄຊພອນ, ຜູ້ອໍານວຍການໃຫຍ່ ຕລຊລ (ຜູ້ໃໝ່).

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.