Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສໍາມະນາ ໃນຫົວຂໍ້: ການແລກປ່ຽນບົດຮຽນ ແລະ ປະສົບການຕິດພັນກັບການພັດທະນາຕະຫຼາດທຶນ (Sharing experience on securities market development)
ວັນທີອອກຂ່າວ: 2022-07-22 11:24:41

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ (ຄຄຊ ສສ. ຫວຽດນາມ) ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ໃນຫົວຂໍ້: ການແລກປ່ຽນບົດຮຽນ ແລະ ປະສົບການຕິດພັນກັບການພັດທະນາຕະຫຼາດທຶນ (Sharing experience on securities market development) ໂດຍການເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຊຶ່ງມີຜູ້ບັນຍາຍຈາກ ຄຄຊ ສສ ຫວຽດນາມ, ຕະຫຼາດຫຼັກຊັບຮ່າໂນ້ຍ ແລະ ຕະຫຼາດຫຼັກຊັບໂຮ່ຈີ່ມິ່ນ ພ້ອມທັງຜູ້ເຂົ້າຮ່ວມ ຈາກ ພາກສ່ວນ ສຄຄຊ, ຕລຊລ ແລະ ບໍລິສັດຫຼັກຊັບ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ກໍ່ແມ່ນເພື່ອເພີ່ມທະວີ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດ ກ່ຽວກັບ ວຽກງານການພັດທະນາຕະຫຼາດທຶນ ເວົ້າລວມ, ເວົ້າສະເພາະແມ່ນ ວຽກງານການເງິນຍືນຍົງ, ການຈົດທະບຽນ, ການຖອນການຈົດທະບຽນ, ການຊື້ຫຼັກຊັບຄືນ ແລະ ການພັດທະນາຕະຫຼາດພັນທະບັດ ເປັນຕົ້ນ ພ້ອມທັງ ຖອດຖອນບົດຮຽນ ແລະ ປະສົບການໃນວຽກງານດັ່ງກ່າວ ຈາກ ສສ. ຫວຽດນາມ.

ກອງປະຊຸມສຳມະນາໃນຄັ້ງນີ້ຈະດຳເນີນໄປເປັນເວລາ 2 ວັນ ໃນລະຫວ່າງວັນທີ 21-22 ກໍລະກົດ ນີ້ ຊຶ່ງຜູ້ເຂົ້່າຮ່ວມຈະໄດ້ຮັບຟັງການບັນຍາຍ ທັງໝົດ 4 ຫົວຂໍ້ໃຫຍ່ດ້ວຍກັນ ປະກອບມີ: 1) ນະໂຍບາຍໃນການພັດທະນາຕະຫຼາດທຶນສີຂຽວ 2) ການຈົດທະບຽນ ແລະ ການຍົກເລີກການຈົດທະບຽນ ແລະ ໃນມື້ທີ 2 ຂອງການສຳມະນາ ຈະໄດ້ຮັບຟັງອີກ 2 ຫົວຂໍ້ດ້ວຍກັນຄື: 3)ບໍລິສັດມະຫາຊົນຊື້ຮຸ້ນຂອງຕົນຄືນ ແລະ ຫົວຂໍ້ສຸດທ້າຍ 4) ຮຸ້ນກູ້ ແລະ ພັນທະບັດໃນ ສສ ຫວຽດນາມ ຊຶ່ງທັງໝົດ 4 ຫົວຂໍ້ນີ້ຈະຖືກນຳສະ ເໜີໂດຍ ຄຄຊ ສສ ຫວຽດນາມ, ຕະຫຼາດຫຼັກຊັບຮ່າໂນ້ຍ ແລະ ຕະຫຼາດຫຼັກຊັບ ໂຮ່ຈີ່ມິ່ນ.

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສຳເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້!ຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາເຮັດໃຫ້ບັນຍາກາດກອງປະຊຸມໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ, ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນທາງດ້ານວິຊາການໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍກອງປະຊຸມກໍ່ໄດ້ຈົບລົງຕາມວັນເວລາທີ່ກຳນົດໄວ້ໃນວາລະກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.