Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາໃນຫົວຂໍ້: "ຈຸດດີໃນການປ່ອຍສິນເຊື່ອໃຫ້ບໍລິສັດທີ່ຈົດທະບຽນໃນ ຕລຊລ"
ວັນທີອອກຂ່າວ: 2022-07-11 16:26:57

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2022 ທີ່ຜ່ານມາ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: "ຈຸດດີໃນການປ່ອຍສິນເຊື່ອໃຫ້ບໍລິສັດທີ່ຈົດທະບຽນໃນ ຕລຊລ" ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ ອາຄານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ພາຍໃຕ້ການເປັນປະທານຂອງທ່ານ ນ. ຟອງຈິນດາ ເເສງສຸລິວົງ ຫົວໜ້າ ສຄຄຊ ໂດຍມີຄະນະຜູ້ອຳນວຍການ, ຄະນະພະແນກ ຕາງໜ້າຈາກທະນາຄານທຸລະກິດລັດ-ເອກະຊົນ ໂດຍສະເພາະແມ່ນຕິດພັນກັບຂະເເໜງສິນເຊື່ອ ແລະ ຄະນະຮັບຜິດຊອບຈັດກອງປະຊຸມ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງຈຳນວນ 70 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີໃຫ້ຜູ້ເຂົ້າຮ່ວມຈາກຂະເເໜງການທະນາຄານໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຕະຫຼາດທຶນໂດຍສະເພາະແມ່ນຂໍ້ມູນຄວາມໜ້າເຊື່ອຖືຂອງບໍລິສັດຈົດທະບຽນ ເພື່ອສາມາດນຳເອົາຂໍ້ມູນດັ່ງກ່າວໄປປະກອບເປັນບ່ອນອີງໃນການພິຈາລະນາປ່ອຍສິນເຊື່ອໃຫ້ແກ່ບໍລິສັດຈົດທະບຽນໃນ ຕລຊລ ເພື່ອເປັນອີກທ່າແຮງໜຶ່ງໃນການປະກອບສ່ວນຊຸກຍູ້ ຕະຫຼາດທຶນລາວ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງໝັ້ນຄົງ.

ໃນກອງປະຊຸມຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮັບຟັງການບັນຍາຍທັງໝົດ 3 ຫົວຂໍ້ປະກອບມີ: 1) ພາບລວມຂອງຕະຫຼາດທຶນລາວ ບັນຍາຍໂດຍທ່ານ ເອກະລາດ ສີສານ ຫົວໜ້າພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່, 2) ການຈົດທະບຽນໃນຕະຫຼາດຫຼັກຊັບລາວ (ຈຸດດີໃນການປ່ອຍສິນເຊື່ອໃຫ້ບໍລິສັດຈົດທະບຽນ) ບັນຍາຍໂດຍທ່ານ ວົງປະສິດ ແສງວົງເດືອນ ຫົວໜ້າພະແນກຈົດທະບຽນ ແລະ ເປີດເຜີຍຂໍ້ມູນ ຈາກ ຕລຊລ ແລະ 3) ການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນ ບັນຍາຍໂດຍທ່ານ ທະນູສິດ ແສງມະນີພອນ, ຮອງຫົວໜ້າພະແນກຄຸ້ມຄອງການອອກຈຳໜ່າຍຫຼັກຊັບ ສຄຄຊ.

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສໍາເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດກອງປະຊຸມເຜີຍແຜ່ໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ, ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນດ້ານວິຊາການຕ່າງໆໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍ ກອງປະຊຸມກໍ່ໄດ້ສໍາເລັດລົງຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດໝາຍໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.