Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາໃນຫົວຂໍ້: “ການບໍລິຫານ ແລະ ການຄຸ້ມຄອງກອງທຶນເພື່ອການລົງທຶນໃນຫຼັກຊັບ (Management and supervision of securities investment funds)”
ວັນທີອອກຂ່າວ: 2022-07-11 16:24:16

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2022 ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ (ຄຄຊ ສສ ຫວຽດນາມ) ໄດ້ຈັດກອງປະຊຸມສໍາມະນາທາງໄກຂຶ້ນ ໃນຫົວຂໍ້: “ການບໍລິຫານ ແລະ ການຄຸ້ມຄອງກອງທຶນເພື່ອການລົງທຶນໃນຫຼັກຊັບ” (Management and supervision of securities investment funds) ຂຶ້ນທີ່ຫ້ອງປະຊຸມຊັ້ນ 5 ອາຄານສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໂດຍການເປັນປະທານຂອງທ່ານສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ, ພ້ອມນີ້ຍັງມີ ທ່ານ ຫວຽນກວາງລອງ ຮອງຫົວໜ້າກົມຄຸ້ມຄອງກອງທຶນ ແລະ ບໍລິສັດບໍລິຫານກອງທຶນຂອງ ຄຄຊ ສສ ຫວຽດນາມ ຊຶ່ງເປັນນັກວິທະຍາກອນ. ໃນກອງປະຊຸມຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກຫຼາຍພາກສ່ວນເປັນຕົ້ນ ສຄຄຊ, ຄຄຊ ສສ ຫວຽດນາມ, ຕລຊລ ແລະບໍລິສັດຫຼັກຊັບ ພ້ອມດ້ວຍຄະນະຈັດຕັ້ງເຂົ້າຮ່ວມທັງໃນຫ້ອງປະຊຸມ ແລະ ອອນລາຍ ທັງໝົດຈຳນວນ 35 ທ່ານ. ກອງປະຊຸມໃນຄັ້ງນີ້ຈະໄດ້ດຳເນີນໄປເປັນເວລາ 2 ວັນຕາມວາລະ ແລະ ສິ້ນສຸດລົງໃນວັນທີ 08 ກໍລະກົດ 2022.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອເພີ່ມທະວີ ແລະ ຍົກລະດັບ ຄວາມຮູ້ຄວາມສາມາດ ກ່ຽວກັບ ວຽກງານການບໍລິຫານ ແລະ ການຄຸ້ມຄອງກອງທຶນເພື່ອລົງທຶນໃນຫຼັກຊັບ ພ້ອມທັງ ຖອດຖອນບົດຮຽນ ແລະ ປະສົບການໃນວຽກງານດັ່ງກ່າວ ຈາກ ສສ. ຫວຽດນາມ ເພື່ອເປັນບ່ອນອີງໃນການພັດທະນາ ແລະ ຄຸ້ມຄອງການບໍລິຫານກອງທຶນໃນຕະຫຼາດທຶນລາວໃນອານາຄົດ ພ້ອມນີ້ ກໍ່ເພື່ອຊຸກຍູ້ການພັດທະນາຜະລິດຕະພັນຫຼັກຊັບ ກໍ່ຄື ການສ້າງກອງທຶນເພື່ອລົງທຶນໃນຫຼັກຊັບ ຢູ່ ສປປ ລາວ ເປັນຕົ້ນແມ່ນ ກອງທຶນຮ່ວມ, ກອງທຶນສ່ວນບຸກຄົນ (Private Fund), ກອງທຶນພື້ນຖານໂຄງລ່າງ (Infrastructure Fund) ແລະ ກອງທຶນເພື່ອການລົງທຶນໃນບໍລິສັດ (Private Equity Fund: PE Fund).

ໃນກອງປະຊຸມຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮັບຟັງການບັນຍາຍທັງໝົດ 2 ຫົວຂໍ້ປະກອບມີ: 1) ບັນດານິຕິກຳ ແລະ ກົນໄກການຄຸ້ມຄອງບໍລິສັດບໍລິຫານກອງທຶນເພື່ອການລົງທຶນ ແລະ ກອງທຶນທີ່ລົງທຶນໃນຫຼັກຊັບ ແລະ 2) ປະເພດກອງທຶນລົງທຶນໃນຫຼັກຊັບ, ການດຳເນີນງານ ແລະ ການຄຸ້ມຄອງກອງທຶນ ຊຶ່ງບັນຍາຍໂດຍທ່ານ ຫວຽນກວາງລອງ ຮອງຫົວໜ້າກົມຄຸ້ມຄອງກອງທຶນ ແລະ ບໍລິສັດບໍລິຫານກອງທຶນຂອງ ຄຄຊ ສສ ຫວຽດນາມ.

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສໍາເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດກອງປະຊຸມສໍາມະນາໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ, ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນດ້ານວິຊາການຕ່າງໆໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍ ກອງປະຊຸມກໍ່ໄດ້ສໍາເລັດລົງຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດໝາຍໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.