Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ໃນຫົວຂໍ້: "ຄວາມຮູ້ກ່ຽວກັບວຽກງານຫຼັກຊັບ ແລະ ການລົງທຶນໃນຫຼັກຊັບ"
ວັນທີອອກຂ່າວ: 2022-06-28 09:34:28

ເນື້ີອໃນຂ່າວ:

ໃນວັນທີ 16 ມິຖຸນາ 2022 ທີ່ຜ່ານມາ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບປະກອບມີ: ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ຮ່ວມກັບ ຫ້ອງວ່າການແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້: "ຄວາມຮູ້ກ່ຽວກັບວຽກງານຫຼັກຊັບ ແລະ ການລົງທຶນໃນຫຼັກຊັບ" ຂຶ້ນຢູ່ທີ່ສະໂມສອນ ແຂວງຫຼວງນໍ້າທາ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ນ.ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຄຄຊ ແລະ ທ່ານ ສົມພາວັນ ຈັນທະຈັກວົງ ຮອງຫົວໜ້າຫ້ອງວ່າການແຂວງຫຼວງນໍ້າທາ ໂດຍມີສະມາຊິກສະພາປະຊາຊົນແຂວງ ແລະ ຜູ້ຕາງໜ້າຈາກພະແນກການຂອງແຂວງ, ທະນາຄານທຸລະກິດ ທັງພາກລັດ ແລະ ເອກະຊົນ, ບໍລິສັດ ແລະ ສະຖາບັນການເງິນ ອ້ອມຂ້າງແຂວງ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງຈຳນວນ 70 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຕະຫຼາດທຶນໂດຍສະເພາະແມ່ນຄວາມຮູ້ພື້ນຖານໃນການລົງທຶນໃນຫຼັກຊັບເພື່ອພ້ອມກັນປະກອບສ່ວນຊຸກຍູ້ວຽກງານຕະຫຼາດທຶນໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນກອງປະຊຸມຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ຮັບຟັງການບັນຍາຍທັງໝົດ 5 ຫົວຂໍ້ປະກອບມີ: 1) ກົດ ໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ 2) ພາບລວມຕະຫຼາດທຶນລາວ ບັນຍາຍໂດຍຕາງໜ້າ ຈາກ ສຄຄຊ, 3) ຕະຫຼາດຫຼັກຊັບທາງເລືອກໃໝ່ໃນການລົງທຶນ ແລະ ລະດົມທຶນ ບັນຍາຍໂດຍຕາງໜ້າ ຈາກ ຕລຊລ, 4) ການລົງທຶນໃນຮຸ້ນ ແລະ 5) ການຈໍາໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ບັນຍາຍໂດຍຕາງໜ້າ ບໍລິສັດຫຼັກຊັບທັງ 3 ພາກສ່ວນ.

ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສໍາເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ບັນຍາກາດກອງປະຊຸມເຜີຍແຜ່ໃນຄັ້ງນີ້ດຳເນີນໄປຢ່າງຟົດຟື້ນ, ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນດ້ານວິຊາການຕ່າງໆໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍ ກອງປະຊຸມກໍ່ໄດ້ສໍາເລັດລົງຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດໝາຍໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.