Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຜີຍແຜ່ "ຄວາມຮູ້ກ່ຽວກັບວຽກງານຫຼັກຊັບ ແລະ ການລົງທຶນໃນຫຼັກຊັບ "
ວັນທີອອກຂ່າວ: 2022-06-01 16:52:42

ເນື້ີອໃນຂ່າວ:

ໃນວັນທີ 25 ແລະ 27 ພຶດສະພາ 2022 ທີ່ ຫ້ອງວ່າການແຂວງສາລະວັນ ແລະ ທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈຳປາສັກ. ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ສຶບຕໍ່ຮ່ວມມື ກັບ 4 ພາກສ່ວນຄື: 1. ຕະຫຼາດຫຼັກຊັບລາວ, 2. ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, 3. ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ 4. ບໍລິສັດຫຼັກຊັບລາວຈີນ-ຈຳກັດ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ ຄວາມຮູ້ກ່ຽວກັບວຽກງານຫຼັກຊັບ ແລະ ການລົງທຶນ ຢູ່ທີ່ 2 ແຂວງດັ່ງກ່າວ ຈຳນວນ 6 ຫົວຂໍ້ຄື: 1. ກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ແລະ ພາບລວມຕະຫຼາດທຶນລາວ, 2. ຕະຫຼາດຫຼັກຊັບທາງເລືອກໃໝ່ແຫ່ງການລົງທຶນ ແລະ ລະດົມທຶນ, 3. ການອອກຈຳໜ່າຍຫຼັກຊັບ, 4. ກົນໄກຕະຫຼາດຫຼັກຊັບ ແລະ ການຈົດທະບຽນໃນຕະຫຼາດຫຼັກຊັບ, 5. ການລະດົມທຶນ ແລະ ການກະກຽມບໍລິສັດເຂົ້າລະດົມທຶນຜ່ານຕະຫຼາດຫຼັກຊັບລາວ ແລະ 6. ການຈຳໜ່າຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວ ເປັນປະທານໂດຍ ທ່ານ ສ່ຽວສະຫວາດ ທິລະກຸນ, ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຢູ່ທີ່ແຂວງສາລະວັນເປັນປະທານຮ່ວມໂດຍທ່ານ ສົມໃຈ ບຸດສະຫານິມິດ, ຮອງຫົວໜ້າຫ້ອງວ່າການແຂວງສາລະວັນ ສ່ວນທີ່ແຂວງຈຳປາສັກເປັນປະທານຮ່ວມໂດຍທ່ານ ຄອນສະຫວັນ ສິງສະຫວັນ, ຮອງຫົວຫນ້າ ທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້ ແຂວງຈໍາປາສັກ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກ ອຸດສາຫະກຳ ແລະ ການຄ້າແຂວງ, ຫົວໜ່ວຍທະນະຄານທຸລະກິດ, ສະຖາບັນການເງິນ , ລັດວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ກຸ່ມບໍລິສັດເປົ້າໝາຍ ແລະ ຜູ້ລົງທຶນ ລວມທັງໝົດ ຫຼາຍກວ່າ 160 ທ່ານ ໂດຍລວມແລ້ວທາງນັກສຳມະນາກອນແມ່ນ ມີຄວາມສົນໃຈຕໍ່ຄວາມຮູ້ທີ່ນຳມາເຜີຍແຜ່ ໂດຍສະເພາະແມ່ນ ຜົນປະໂຫຍດ ແລະ ຂັ້ນຕອນ ໃນການ ຊື້-ຂາຍ ພັນທະບັດ ລັດຖະບານ ຜ່ານຕະຫຼາດ ທຶນລາວ ໃນກອງປະຊຸມດຳເນີນໄປດ້ວຍຄວາມຝົດຝຶ້ນ ໂດຍມີການແລກປ່ຽນຄວາມຄິດເຫັນ ແລະ ຂໍ້ຊັກຖາມຢ່າງກົງໄປກົງມາ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.