Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການຄົ້ນຄ້ວາມາດຕະຖານ ແລະ ເງື່ອນໄຂຂອງເຈົ້າໜ້າທີ່ ສືບສວນ-ສອບສວນ
ວັນທີອອກຂ່າວ: 2022-05-06 15:17:30

ເນື້ີອໃນຂ່າວ:

ເພື່ອເປັນການແລກປ່ຽນບົດຮຽນຕົວຈິງ ແລະ ຄວາມຮູ້ປະສົບການ ກ່ຽວກັບການຈັດຕັ້ງປະຕິບັດວຽກງານ ສືບສວນ- ສອບສວນ ຂອງແຕ່ລະອົງການ. ໃນຕອນບ່າຍຂອງ ວັນທີ 3 ພຶດສະພາ 2022 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕົວຈິງ ໃນຫົວຂໍ້ “ການຄົ້ນຄ້ວາມາດຕະຖານ ແລະ ເງື່ອນໄຂຂອງເຈົ້າໜ້າທີ່ ສືບສວນ-ສອບສວນ” ຂຶ້ນທີ່ຫ້ອງປະຊຸມຊັ້ນ 5, ໂດຍການເປັນປະທານ ຂອງທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ. ກອງປະຊຸມສໍາມະນາດັ່ງກ່າວ ມີຜູ້ເຂົ້າຮ່ວມຈາກຫຼາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ອົງການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ຕຳຫຼວດ, ພາສີ, ປ່າໄມ້, ອົງການຕ້ານການສໍ້ລາດບັງຫຼວງ ແລະ ຂະແໜງການຫຼັກຊັບ ພ້ອມທັງ ພະນັກງານທີ່ກ່ຽວຂ້ອງ ຈາກ ສຄຄຊ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນ, ຄວາມຮູ້ ແລະ ປະສົບການເຊິ່ງກັນ ແລະ ກັນ ກ່ຽວກັບໂຄງຮ່າງການຈັດຕັ້ງ, ມາດຖານເງື່ອນໄຂ ແລະ ກົນໄກການແຕ່ງຕັ້ງຕົວຈິງ ກ່ຽວກັບ ອົງການ ສືບສວນ-ສອບສວນ ແລະ ເຈົ້າໜ້າທີ່ ສືບສວນ-ສອບສວນ ໃນການຈັດຕັ້ງປະຕິບັດວຽກງານການສືບສວນ-ສອບສວນ ຂອງ ເຈົ້າໜ້າທີ່ ສືບສວນ-ສອບສວນຂອງ 05 ພາກສ່ວນ. ພ້ອມທັງ ແນໃສ່ຍົກລະດັບຄວາມ ຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ ອົງການສືບສວນ-ສອບສວນໃນຂົງເຂດວຽກງານຫຼັກຊັບໃຫ້ຫຼາຍຂຶ້ນ ເພື່ອຈະໄດ້ຖອດຖອນ, ນໍາເອົາບົດຮຽນ, ຄວາມຮູ້ ແລະ ປະສົບການ ທີ່ໄດ້ຈາກອົງການສືບສວນ-ສອບສວນ ຂອງ ແຕ່ລະພາກສ່ວນນັ້ນ ນໍາມາຄົ້ນຄວ້າ ແລະ ສ້າງເປັນ ມາດຖານເງື່ອນໄຂ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ ກ່ຽວກັບວຽກງານຫຼັກຊັບ ແລະ ກະກຽມຄວາມພ້ອມ ຮອບດ້ານໃນການສ້າງນິຕິກໍາ ເພື່ອຮອງຮັບໃຫ້ແກ່ການເຄື່ອນໄຫວວຽກງານການສືບສວນ-ສອບສວນ ຢູ່ໃນຂົງເຂດ ວຽກງານຫຼັກຊັບ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບສູງໃນອະນາຄົດ.

ກອງປະຊຸມສໍາມະນາດັ່ງກ່າວ ດໍາເນີນໄປເປັນເວລາ 1 ວັນເຕັມ ຊຶ່ງໄດ້ມີຫຼາກຫຼາຍເນື້ອໃນກ່ຽວກັບວຽກງານ ສືບສວນ-ສອບສວນ. ແຕ່ລະພາກສ່ວນ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໃນການການແລກປ່ຽນຄໍາຄິດຄໍາເຫັນ ແລະ ຖອດຖອນບົດຮຽນ ຈຶ່ງເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ກໍານົດໄວ້ ຕໍ່ກັບ ທິດສະດີ, ຫຼັກການ, ມາດຖານເງື່ອນໄຂຂອງເຈົ້າໜ້າທີ່ ສືບສວນ-ສອບສວນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການເຄື່ອນໄຫວຕົວຈິງຕໍ່ກັບ ວຽກງານການສືບສວນ-ສອບສວນ ແລະ ແຜນການຮ່ວມມືລະຫວ່າງ ສຳນັກງານ ຄຄຊ ແລະ ພາກສ່ວນທີ່ກ່ຽວຂ້ອງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.