Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການກຽມຄວາມພ້ອມການອອກຈໍາໜ່າຍຮຸ້ນຄັ້ງທຳອິດ (IPO) ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ ລະຫວ່າງ ສຄຄຊ, ຕລຊລ ແລະ ບໍລິສັດ ເປົ້າໝາຍຈົດທະບຽນ (ລັດວິສາຫະກິດລາວເດີນອາກາດ)
ວັນທີອອກຂ່າວ: 2022-05-06 13:03:43

ເນື້ີອໃນຂ່າວ:

ພາຍໃຕ້ການສະໜັບສະໜູນທຶນຈາກໂຄງການລຸກຊຳບວກເພື່ອການພັດທະນາ (ໂຄງການ Lao/032), ໃນຕອນເຊົ້້າຂອງ ວັນທີ 6 ພຶດສະພາ 2022, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ມີການຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈຂຶ້ນ ລະຫວ່າງ 3 ຝ່າຍ ຄື: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດເປົ້າໝາຍຈົດທະບຽນຄື: ລັດວິສາຫະກິດລາວເດີນອາກາດ ໂດຍແມ່ນ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄຄຊ, ທ່ານ ນ. ສາຍສະໝອນ ຈັນທະຈັກ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ທ່ານ ສີວຽງທອງ ກອນນີວົງ ຜູ້ອຳນວຍການລັດວິສາຫະກິດລາວເດີນອາກາດ ເປັນຜູ້ຕາງໜ້າລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງທັງ 3 ຝ່າຍ. ພ້ອມນີ້ ພາຍໃນພິທີ ຍັງໄດ້ຕ້ອນຮັບການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກງານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍັງມີຜູ້ຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ ທ່ານ ນິກໂກລາສ໌ ຕາດສ໌ ຮອງອຸປະທູດ. ສະຖານທູດແຫ່ງອະນາຈັກລຸກຊຳບວກປະຈຳ ນະຄອນຫລວງ ວຽງຈັນ ສປປ ລາວ ແລະ ຈາກກົມປະຕິຮູບລັດວິສາຫະກິດ ກະຊວງການເງິນ ທ່ານ ສັງວານ ວົງໄຊ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມໃນພິທີ ພ້ອມດ້ວຍຄະນະຮັບຜິດຊອບກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ ຈຳນວນ 35 ທ່ານ. ພ້ອມນີ້ ກໍ່ຍັງມີມວນຊົນທີ່ເຂົ້າຮ່ວມຮັບຊົມການຖ່າຍທອດສົດພິທີດັ່ງກ່າວດ້ວຍຮູບແບບອອນລາຍໂດຍຜ່ານເພສເຟສບຸກຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບອີກດ້ວຍ.

ຈຸດປະສົງຂອງພິທີ ແມ່ນເພື່ອເປັນການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື 03 ຝ່າຍ ເພື່ອປັບປຸງທຸລະກິດຂອງບໍລິສັດໃຫ້ໄດ້ເງື່ອນໄຂ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບລັດວິສາຫະກິດເພື່ອກະກຽມຄວາມພ້ອມຮອບດ້ານໃນການອອກຈຳໜ່າຍຮຸ້ນຄັ້ງທຳອິດໃຫ້ສຳເລັດ (Initial Public Offering: IPO) ແລະ ສາມາດເຂົ້າຈົດທະບຽນເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໄດ້.

ພິທີລົງນາມໃນຄັ້ງນີ້ຈະຊ່ວຍໃຫ້ການຮ່ວມມືຂອງທັງສາມຝ່າຍມີຄວາມຮັດແໜ້ນ ແລະ ກົມກຽວຂຶ້ນໃນການຮ່ວມມືກັນສ້າງຄວາມເຂັ້ມແຂງໃຫ້ແກ່ບໍລິສັດເປົ້າໝາຍຈົດທະບຽນ ເພື່ອສາມາດສຳເລັດການກະກຽມຄວາມພ້ອມເພື່ອອອກຈຳໜ່າຍຮຸ້ນ ແລະ ເຂົ້າຈົດທະບຽນໃນ ຕລຊລ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອເປັນອີກແຮງໜຶ່ງໃນການຂັບເຄື່ອນ ແລະ ເຮັດໃຫ້ຕະຫຼາດທຶນມີສີສັນຍິ່ງຂຶ້ນຕື່ມ.

ພ້ອມນີ້ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ ຍັງໄດ້ກ່າວບາງຄໍາເຫັນຕໍ່ພິທີວ່າ: “ບົດບັນທຶກຄວາມເຂົ້າໃຈສະບັບນີ້ ສ້າງຂຶ້ນເພື່ອເພີ່ມທະວີການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫ່ວາງ ສຄຄຊ, ຕລຊລ, ລັດວິສາຫະກິດລາວເດີນອາກາດ ໃນການສ້າງງຄວາມເຂັ້ມແຂງໃຫ້ກັບວິສາຫະກິດດັ່ງກ່າວ ໃນການກະກຽມຄວາມພ້ອມຮອບດ້ານ ແລະ ປັບປຸງທຸລະກິດ ເພື່ອໃຫ້ໄດ້ຕາມເງື່ອນໄຂໃນການອອກຈໍາໜ່າຍຮຸ້ນຄັ້ງທໍາອິດ ແລະ ສາມາດເຂົ້າຈົດທະບຽນ ໃນ ຕລຊລ. ການກະກຽມຄວາມພ້ອມດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ວິສາຫະກິດ ເພື່ອໃຫ້ມີເງື່ອນໄຂເຂົ້າລະດົມທຶນຜ່ານຕະຫຼາດທຶນລາວ ເພື່ອໃຫ້ວິສາຫະກິດລາວມີການເຕີບໃຫຍ່ຂະຫຍາຍຕົວ ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ແລະ ທັງເປັນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງເທື່ອລະກ້າວ”.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.