Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການຄຸ້ມຄອງແບບຕີລາຄາຄວາມສ່ຽງ ແລະ ວິທີການສ້າງ-ຕິດຕາມການປະຕິບັດລະບຽບກົດໝາຍ
ວັນທີອອກຂ່າວ: 2022-02-17 15:29:00

ເນື້ີອໃນຂ່າວ:

ເພື່ອເປັນການເສີມຂະຫຍາຍຄວາມຮູ້ຄວາມເຂົ້າໃຈກ່ຽວກັບການຄຸ້ມຄອງການເຄື່ອນໄຫວຂອງບໍລິສັດຫຼັກຊັບ ຕາມຫຼັກການຕີລາຄາຄວາມສ່ຽງ ແລະ ວິທີການການສ້າງ-ຕິດຕາມການຈັດຕັ້ງປະຕິບັດລະບຽບກົດໝາຍ ແນໃສ່ຮັບປະກັນການເຄື່ອນໄຫວວຽກງານຫຼັກຊັບໃຫ້ສອດຄ່ອງຕາມນິຕິກໍາກ່ຽວຂ້ອງກໍານົດໄວ້, ພ້ອມທັງ ເພື່ອຫຼຸດຜ່ອນຄວາມສ່ຽງດ້ານຕ່າງໆໃນການໃຫ້ບໍລິການແກ່ຜູ້ລົງທຶນໃນຕະຫຼາດທຶນ. ໃນຕອນເຊົ້າຂອງວັນທີ 16 ກຸມພາ 2022 ທີ່ຫ້ອງປະຊຸມຂອງ ສຳນັກງານ ຄຄຊ ຄະນະຮັບຜິດຊອບຂອງ ສຳນັກງານ ຄຄຊ ໄດ້ຈັດກອງປະຊຸມຮ່ວມກັບຜູ້ກວດກາພາຍໃນ ແລະ ຕິດຕາມການປະຕິບັດລະບຽບກົດໝາຍຂອງບໍລິສັດຫຼັກຊັບ ໃນຫົວຫົວຂໍ້:
ການຄຸ້ມຄອງແບບຕີລາຄາຄວາມສ່ຽງ ແລະ ວິທີການສ້າງ-ຕິດຕາມການປະຕິບັດລະບຽບກົດໝາຍ
ໂດຍການເປັນປະທານຂອງທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າ ສຄຄຊ ພ້ອມນີ້ກໍ່ມີຜູ້ຕາງໜ້າຈາກ ສຳນັກງານ ຄຄຊ, ຜູ້ຕາງໜ້າຈາກບໍລິສັດຫຼັກຊັບທັງ 4 ແຫ່ງ ແລະ ຄະນະຮັບຜິດຊອບ ເຂົ້າຮ່ວມຈຳນວນ 26 ທ່ານ ທັງເຊິ່ງໜ້າ ແລະ ອອນລາຍ.

ຊຶ່ງຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ຮັບຟັງການບັນຍາຍທັງໝົດ 2 ຫົວຂໍ້ ດ້ວຍກັນປະກອບມີ: 1) ຫຼັກການຄຸ້ມຄອງແບບຕີລາຄາຄວາມສ່ຽງ ຊຶ່ງບັນຍາຍໂດຍທ່ານ ບຸນຈົງ ກອງຄຳ ຫົວໜ້າພະແນກຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ສຄຄຊແລະ 2) ວິທີການສ້າງ ແລະ ຕິດຕາມການປະຕິບັດລະບຽບກົດໝາຍ ພະແນກນິຕິກຳ ບັນຍາຍໂດຍທ່ານ ບົວລຳພູ ຄຳມະນີວົງ ຫົວໜ້າພະແນກນິຕິກຳ ສຄຄຊ. ພ້ອມນີ້ ໃນຕອນທ້າຍຂອງກອງປະຊຸມພາຍຫຼັງສຳເລັດການຮັບຟັງການບັນຍາຍຄົບທຸກຫົວຂໍ້ແລ້ວ ຜູ້ເຂົ້າຮ່ວມທັງໝົດກໍ່ໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາກ່ຽວກັບສະພາບ ແລະ ບັນຫາຕ່າງໆ ໃນການເຄື່ອນໄຫວວຽກງານຕົວຈິງ ທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເປັນຕົ້ນແມ່ນຕິດພັນກັບວຽກງານການຕິດຕາມກວດກາພາຍໃນ ແລະ ການຕິດຕາມການປະຕິບັດລະບຽບກົດໝາຍໃນບໍລິສັດຫຼັກຊັບໃນໄລຍະຜ່ານມາ.

ບັນຍາກາດກອງປະຊຸມດຳເນີນໄປຢ່າງຟົດຟື້ນ, ຫ້າວຫັນ ເຕັມໄປດ້ວຍການແລກປ່ຽນຄວາມຄິດເຫັນດ້ານວິຊາການຕ່າງໆນາໆໃນຫົວຂໍ້ທີ່ຕິດພັນ ແລະ ສຸດທ້າຍ ກອງປະຊຸມກໍ່ໄດ້ສຳເລັດລົງຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດໝາຍໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.