Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມການຮ່ວມມືສອງຝ່າຍຄັ້ງທີ 10 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ
ວັນທີອອກຂ່າວ: 2022-01-27 15:15:10

ເນື້ີອໃນຂ່າວ:

ເພື່ອເປັນການສືບຕໍ່ຮັດແໜ້ນສາຍສໍາພັນການຮ່ວມມື ແລະ ສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືປະຈໍາປີ 2022 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ. ສະນັ້ນ, ໃນຕອນບ່າຍຂອງວັນທີ 12 ມັງກອນ 2022 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຈຶ່ງໄດ້ຮ່ວມກັບຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ຈັດກອງປະຊຸມການຮ່ວມມືສອງຝ່າຍຄັ້ງທີ 10 ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ຜ່ານທາງອອນລາຍຂຶ້ຶ້ນ ທີ່ຫ້ອງປະຊຸມ ຂອງ ສຄຄຊ, ພາຍໃຕ້ການເປັນປະທານຂອງ ທ່ານ PHAM HONG SON ຮອງປະທານ ຄຄຊ ສສ. ຫວຽດນາມ ແລະ ໃຫ້ກຽດກ່າວຕ້ອນຮັບໂດຍທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າ ສຄຄຊ, ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນ ຄະນະຜູ້ແທນ ຈາກ ຄຄຊ ສສ. ຫວຽດນາມ, ຄະນະສໍານັກງານ ຄຄຊ, ຄະນະພະແນກ ແລະ ບັນດາວິຊາການ ທີ່ກ່ຽວຂ້ອງ ກໍ່ໃຫ້ກຽດເຂົ້າຮ່ວມທັງໝົດຫຼາຍກ່ວາ 20 ທ່ານ

ກອງປະຊຸມການຮ່ວມມືສອງຝ່າຍໃນຄັ້ງນີ້ໄດ້ດຳເນີນໄປເປັນເວລາເຄິ່ງວັນ, ໃນນີ້ທ່ານຜູ້ຕາງໜ້າຈາກທັງສອງຝ່າຍກໍ່ໄດ້ນຳສະເໜີ ແລະ ສະຫຼຸບລາຍງານສະພາບວຽກງານຕະຫຼາດທຶນຂອງທັງສອງຝ່າຍໂດຍສັງເຂບ. ນອກນີ້ ສຄຄຊ ຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດການຮ່ວມມືຂອງທັງສອງຝ່າຍໃນປີ 2021 ທີ່ຜ່ານມາ ພ້ອມທັງ ສະເໜີຂໍການຊ່ວຍເຫຼືອທາງດ້ານວິຊາການຈາກ ຄະນະກຳມະການຄຸ້ມຄອງຫຼັກຊັບ ສສ ຫວຽດນາມ ໃນປີ 2022 ແລະ ໃນຕອນທ້າຍຂອງກອງປະຊຸມ ທ່ານຜູ້ຕາງໜ້າ ຈາກສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ ກໍ່ໄດ້ລົງນາມຮ່ວມກັນໃນບົດບັນທຶກການຮ່ວມມືສອງຝ່າຍຄັ້ງທີ 10 ອີກດ້ວຍ ຊຶ່ງເຮັດໃຫ້ກອງປະຊຸມມີບັນຍາຍກາດທີ່ດີ ແລະ ສໍາເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.