Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ສຄຄຊ ແລະ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ
ວັນທີອອກຂ່າວ: 2021-11-19 16:00:03

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງ ວັນທີ 5 ພະຈິກ 2021, ທີ່ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຂຶ້ນ ໂດຍແມ່ນທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າສໍານັກງານ ຄຄຊ ແລະ ທ່ານ ປອ ນາງ ພິລານີ ພິດສະໄໝ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເປັນຜູ້ຕາງໜ້າລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງທັງສອງອົງການຈັດຕັ້ງ. ພ້ອມນີ້ ພາຍໃນພິທີ ຍັງໄດ້ຕ້ອນຮັບການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກງານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍັງມີຜູ້ຕາງໜ້າຈາກ ກົມບັນຊີ ແລະ ກົມຄຸ້ມຄອງລັດວິສາຫະກິດ ແລະ ປະກັນໄພ ກະຊວງການເງິນ, ກົມບັນຊີ ແລະ ກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ, ຕ່າງຫນ້າ ທະນາຄານໂລກ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ທີ່ເຂົ້າຮ່ວມໃນພິທີ ແລະ ຜ່ານທາງອອນລາຍ ພ້ອມດ້ວຍຄະນະຮັບຜິດຊອບກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານ ຈຳນວນ 28 ທ່ານ

ຈຸດປະສົງຂອງພິທີແມ່ນເພື່ອເປັນການເຊັນບົດບັນທຶກຄວາມເຂົ້າໃຈໃນການຮ່ວມມື 02 ຝ່າຍຄື ສຄຄຊ ແລະ ສະພາວິຊາຊີບ ນັກບັນຊີ ແລະ ກວດສອບ ໃນການຮ່ວມມື ຈັດການຝຶກອົບຮົມທີ່ຕິດພັນກັບມາດຕະຖານ (IFRS) ໃຫ້ແກ່ ຫົວຫນ່ວຍທີ່ມີຫນ້າທີ່ລາຍງານ ເປັນຕົ້ນແມ່ນ ບໍລິສັດຈົດທະບຽນ, ທະນາຄານທຸລະກິດ, ບໍລິສັດປະກັນໄພ ແລະ ອື່ນໆ ໃຫ້ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ມາດຕະຖານ IFRS ເຂົ້າໃນການຈັດຕັ້ງປະຕິບັດວຽກງານໄດ້ຢ່າງເປັນຮູບປະທຳ ແລະ ທັນຕາມກຳນົດເວລາທີ່ໄດ້ກຳນົດໄວ້ ຄືໃນປີ 2026

ພິທີລົງນາມໃນຄັ້ງນີ້ຈະຊ່ວຍໃຫ້ການຮ່ວມມືຂອງທັງສອງຝ່າຍມີຄວາມຮັດແໜ້ນ ແລະ ກົມກຽວຂຶ້ນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນລາວໃນການນຳໃຊ້ມາດຕະຖານ IFRS. ພ້ອມນີ້ ທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຍັງໄດ້ກ່າວບາງຄໍາເຫັນຕໍ່ພິທີວ່າ: “ບົດບັນທຶກສະບັບນີ້ ສ້າງຂຶ້ນເພື່ອເພີ່ມທະວີການພົວພັນຮ່ວມມື ເຊິ່ງກັນ ແລະ ກັນ ລະຫ່ວາງ ສຄຄຊ ແລະ ສວ-ບກລ ໃນການສ້າງຄວາມເຂັ້ມແຂງທາງດ້ານມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ໂດຍການຈັດຫຼັກສູດການຝຶກອົບຮົມໄລຍະສັ້ນ ສໍາລັບການນໍາ ແລະ ພະນັກງານ ຂອງຜູ້ຄຸ້ມຄອງ ແລະ ຜູ້ຈັດຕັ້ງປະຕິບັດ ຊຶ່ງໃນຫຼັກສູດດັ່ງກ່າວຈະປະກອບດ້ວຍ 3 ວິຊາເປັນຕົ້ນແມ່ນ: Financial Accounting, Financial Reporting ແລະ Corporate Reporting ຊຶ່ງທັງ 3 ວິຊານີ້ ແມ່ນປະກອບມີແຕ່ລະມາດຕະຖານສາກົນດ້ານການລາຍງານການເງິນ (IFRS) ແລະ ມາດຖານບັນຊີສາກົນ (IAS) ສອດແຊກນໍາບົດຮຽນຂອງແຕ່ລະວິຊາ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການນໍາ, ພະນັກງານ ຈາກພາກສ່ວນທີ່ກ່ຽວຂ້ອງ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ແລະ ສາມາດນໍາບົດຮຽນທີ່ໄດ້ຝຶກອົບຮົມໄປໝູນໃຊ້ໃນວຽກງານຕົວຈິງ ໂດຍສະເພາະການວິເຄາະຊ່ອງຫວ່າງ, ສ້າງແຜນຂ້າມຜ່ານ ແລະ ດໍາເນີນນການຫັນໄປສູ່ການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນ ແບບເຕັມຮູບແບບ ໃນປີ 2026 ຕາມແຈ້ງການຂອງກະຊວງການເງິນ ແລະ ຄຄຊ.

ການຮ່ວມມືກັນຂອງ 2 ພາກສ່ວນ ພວກເຮົາໃນມື້ນີ້ ຈຶ່ງເປັນນິມິດໝາຍອັນດີ ໃຫ້ແກ່ການພັດທະນາຄວາມຮູ້, ຄວາມສາມາດ, ຄວາມເຂົ້າໃຈ ກໍ່ຄືການສ້າງຄວາມເຂັ້ມແຂງໃຫ້ກັບບຸກຄະລາກອນຈາກຂະແໜງການຕ່າງໆເປັນຕົ້ນ: ຂະແໜງການຫຼັກຊັບ, ຂະແໜງການທະນາຄານ, ຂະແໜງ ການປະກັນໄພ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອກ້າວໄປສູ່ການຈັດຕັ້ງປະຕິບັດມາດຕະຖານສາກົນດ້ານການລາຍງານການເງິນຢ່າງເຕັມຮູບແບບໃນປີ 2026. ຂ້າພະເຈົ້າ ຈຶ່ງຫວັງເປັນຢ່າງຍິ່ງວ່າ ການຮ່ວມມືຂອງພວກເຮົາ ໃນຄັ້ງນີ້ຈະບັນລຸໄດ້ຕາມຈຸດປະສົງ ລະດັບຄາດໝາຍທີ່ໄດ້ກຳນົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.