Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການພັດທະນາຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງການຈົດທະບຽນໃນ ຕລຊລ
ວັນທີອອກຂ່າວ: 2021-04-05 14:32:27

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນພຸດ ທີ 24 ມີນາ 2021 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ກະຊວງການເງິນ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ໃນຫົວຂໍ້: “ການພັດທະນາຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງການຈົດທະບຽນໃນ ຕລຊລ”, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ປອ. ສອນເພັດ ອິນທະວົງ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ. ກອງປະຊຸມສໍາມະນາດັ່ງກ່າວ ເຂົ້າຮ່ວມຮັບຟັງໂດຍ ພະນັກງານທີ່ກ່ຽວຂ້ອງຈາກບັນດາກົມກອງຂອງກະຊວງການເງິນ, ສຄຄຊ, ຕລຊລ, 03 ບໍລິສັດຫຼັກຊັບເຊັ່ນ: ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດ ທຄຕລ-ກທ ຈໍາກັດ, ພ້ອມທັງບັນດາບໍລິສັດເປົ້າໝາຍຈົດທະບຽນທີ່ເປັນວິສາຫະກິດລັດກໍ່ໄດ້ເຂົ້າຮ່ວມຫຼາຍ ກ່ວາ 50 ທ່ານ.

ກອງປະຊຸມໄດ້ຮັບຟັງການບັນຍາຍໃນ 02 ຫົວຂໍ້ຄື: ພາບລວມຕະຫຼາດທຶນລາວ ແລະ ການກະກຽມຄວາມພ້ອມເພື່ອລະດົມທຶນດ້ວຍການອອກຈໍາໜ່າຍຫຼັກຊັບ ບັນຍາຍໂດຍ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ, ຜົນປະໂຫຍດ ແລະ ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ບັນຍາຍໂດຍ ທ່ານ ອ໊ອດ ພົນຊຽງດີ ຜູ້ອໍານວຍການໃຫຍ່ ຕລຊລ.

ຈຸດປະສົງຕົ້ນຕໍ ໃນການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່ໃຫ້ພະນັກງານການນໍາຂອງກະຊວງການເງິນ ແລະ ພະນັກງານການນໍາຂອງບໍລິສັດເປົ້າໝາຍຈົດທະບຽນທີ່ເປັນວິສາຫະກິດລັດທີ່ກ່ຽວຂ້ອງ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງຄວາມສຳຄັນ ແລະ ຜົນປະໂຫຍດຂອງຕະຫຼາດທຶນໃນ ສປປ ລາວ, ນັ້ນກໍ່ຄືພາບລວມຂອງຕະຫຼາດທຶນລາວ ແລະ ຂັ້ນຕອນການກະກຽມຕ່າງໆຂອງການຈົດທະບຽນໃນ ຕລຊລ ເວົ້າລວມ ເວົ້າສະເພາະ ກໍ່ຄື ເພື່ອເປັນການສ້າງຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ຜູ້ລົງທຶນ ແລະ ບໍລິສັດເປົ້າໝາຍຈົດທະບຽນ ທີ່ມີຄວາມສົນໃຈກ່ຽວກັບການລົງທຶນ ແລະ ລະດົມທຶນ ສາມາດປະກອບສ່ວນ ໃນການພັດທະນາຕະຫຼາດທຶນລາວໃຫ້ມີຄວາມຍືນຍົງ ໃນຕໍ່ໜ້າ. ຜ່ານການດຳເນີນກອງປະຊຸມສໍາມະນາໃນຄັ້ງນີ້ ສັງເກດໄດ້ວ່າ ນັກສໍາມະນາກອນມີຄວາມຮັບຜິດຊອບສູງໃນການຮັບຟັງ ຊຶ່ງຕີລາຄາໄດ້ຈາກການຕັ້ງຄຳຖາມເຈາະຈິ້ມກ່ຽວກັບວຽກງານຕະຫຼາດທຶນຢ່າງຫຼາກຫຼາຍຕໍ່ຜູ້ບັນຍາຍທີ່ກ່ຽວຂ້ອງ ເຮັດໃຫ້ມີຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນທີ່ນຳມາເຜີຍແຜ່ໃນຄັ້ງນີ້ຢ່າງເລິກເຊິ່ງ.

ນອກຈາກນີ້ ທ່ານປະທານຍັງໄດ້ມີຄຳເຫັນວ່າ ການພັດທະນາຕະຫຼາດທຶນລາວ ກໍ່ຍັງມີຫຼາຍບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂ ໂດຍສະເພາະຈໍານວນບໍລິສັດຈົດທະບຽນທີ່ມີຈຳກັດ ຊຶ່ງຕິດພັນກັບຫຼາຍປັດໄຈ ເປັນຕົ້ນ ວິສາຫະກິດທີ່ດຳເນີນງານດີ ແມ່ນຍັງບໍ່ມີຄວາມສົນໃຈລະດົມທຶນ. ສໍາລັບວິສາຫະກິດທີ່ສົນໃຈລະດົມທຶນ ສ່ວນໃຫຍ່ຖານະການເງິນ,ຜົນການດຳເນີນງານ ແລະ ການຄຸ້ມຄອງບໍລິຫານ ຍັງບໍ່ເຂັ້ມແຂງເທົ່າທີ່ຄວນ ເຮັດໃຫ້ຕະຫຼາດທຶນບໍ່ມີຄວາມຄຶກຄື້ນເທົ່າທີ່ຄວນ, ມູນຄ່າຕະຫຼາດ, ມູນຄ່າການຊື້-ຂາຍ ແລະ ສະພາບຄ່ອງຍັງຕໍ່າ, ການປະກອບສ່ວນຂອງຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍັງບໍ່ຫຼາຍ. ນອກຈາກນີ້, ຍັງມີປັດໃຈເສດຖະກິດ ມະຫາພາກ ທີ່ຍັງເປັນອຸປະສັກຕໍ່ການພັດທະນາຕະຫຼາດທຶນເປັນຕົ້ນແມ່ນ ອັດຕາດອກເບ້ຍທະນາຄານສູງກ່ວາອັດຕາຕອບແທນການລົງທຶນໃນຫຼັກຊັບ ເຮັດໃຫ້ການລົງທຶນພາຍໃນຍັງມີຄວາມຈຳກັດ ຊຶ່ງຕ້ອງໄດ້ເອື່ອຍອີງ ຈາກນັກລົງທຶນຕ່າງປະເທດ, ເຊີ່ງມີຄວາມສ່ຽງຜັນຜວນຂອງອັດຕາແລກປ່ຽນທີ່ສູງ ແລະ ຂໍ້ຈຳກັດດ້ານການໂອນເງິນກັບຄືນປະເທດ ເຮັດໃຫ້ບໍ່ສາມາດດຶງດູດຜູ້ລົງທຶນເທົ່າທີ່ຄວນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.