Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” (ສະບັບປັບປຸງ) ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 8 ຕລຊລ ໃນວັນທີ 17/12/2020
ວັນທີອອກຂ່າວ: 2020-12-23 13:39:21

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງ ວັນທີ 17 ທັນວາ 2020 ທີ່ຜ່ານມາ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ສືບຕໍ່ຈັດກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ” (ສະບັບປັບປຸງ) ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 8 ອາຄານຕະຫຼາດຫຼັກຊັບລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ແລະ ຮັບໜ້າທີ່ນຳສະເໜີ ເນື້ອໃນລາຍລະອຽດຂອງ “ກົດໝາຍວ່າດ້ວຍຫຼັກຊັບ” (ສະບັບປັບປຸງ) ໂດຍ ທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກອງປະຊຸມດັ່ງກ່າວປະກອບດ້ວຍຜູ້ຕາງໜ້າຈາກຫຼາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນແມ່ນ ທະນາຄານແຫ່ງ ສປປ ລາວ, ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດກວດສອບ, ບໍລິສິສັດປະເມີນມູນຄ່າຊັບສິນ, ທະນາ ຄານດູແລຊັບສິນ, ບໍລິສັດຈັດລຳດັບຄວາມໜ້າເຊື່ອຖື, ບໍລິສັດທີ່ປຶກສາທາງດ້ານກົດໝາຍ, ທະນາຄານທຸລະກິດລັດ ແລະ ເອກະຊົນ, ບໍລິສັດຈົດທະບຽນ, ເປົ້າໝາຍບໍລິສັດຈົດທະບຽນ, ອົງການຈັດຕັ້ງສາກົນ ແລະ ຜູ້ຮັບຜິດຊອບຈັດກອງປະຊຸມເຂົ້າຮ່ວມຈຳນວນ ຫຼາຍກ່ວາ 150 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີເນື້ອໃນ “ກົດໝາຍວ່າດ້ວຍຫຼັກຊັບ” (ສະບັບປັບປຸງ) ສະບັບບເລກທີ 79/ສພຊ ລົງວັນທີ 03 ທັນວາ 2019 ທີ່ ຮອງຮັບໂດຍສະພາແຫ່ງຊາດ ແລະ ປະກາດນຳໃຊ້ຢ່າງເປັນທາງການໃນທ້າຍປີ 2019 ທີ່ຜ່ານມາ ເພື່ອໃຫ້ມວນຊົນ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນໄດ້ຮັບຮູ້ເຖິງເນື້ອໃນລາຍລະອຽດຕ່າງໆ ທີ່ໄດ້ມີການປັບປຸງ ແລະ ປ່ຽນແປງ ເພື່ອໃຫ້ສອດຄ່ອງ, ແທດເໝາະ ແລະ ສາມາດນຳໃຊ້ກັບສະພາບການຕົວຈິງ. ກອງປະຊຸມດຳເນີນໄປເປັນເວລາເຄິ່ງວັນຕາມວາລະ, ບັນຍາກາດກອງປະຊຸມແມ່ນເຕັມໄປດ້ວຍຄວາມເຄັ່ງຮ້ອນທາງດ້ານເນື້ອໃນ ພາຍຫຼັງ ຮັບຟັງການບັນຍາຍສຳເລັດ ຜູ້ເຂົ້າຮ່ວມກໍ່ໄດ້ມີການປຶກສາຫາລື ແລະ ຕັ້ງຄຳຖາມກ່ຽວກັບເນື້ຶອໃນການປັບປຸງ “ກົດໝາຍວ່າດ້ວຍຫຼັກຊັບ” (ສະບັບປັບປຸງ) ຢ່າງກົງໄປກົງມາ ແລະ ຫຼາກຫຼາຍ ເຮັດໃຫ້ກອງປະຊຸມມີບັນຍາກາດຟົດຟື້ນ. ພ້ອມດຽວກັນນີ້ ທຸກຄຳຖາມແມ່ນໄດ້ຮັບການຕອບ ແລະ ຊີ້ແຈງລາຍລະອຽດ ໂດຍການນຳພາ ຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຳນັກງານ ຄຄຊ ແລະ ກ່ອນຈະປິດກອງປະຊຸມ ທ່ານປະທານກອງປະຊຸມຍັງໄດ້ມີຄຳເຫັນທີ່ສຳຄັນຕໍ່ກອງປະຊຸມອີກດ້ວຍ ຍິ່ງພາໃຫ້ກອງປະຊຸມມີຄວາມໜັກແໜ້ນ ແລະ ສາມາດປະຕິບັດໄດ້ຕາມຈຸດປະສົງເປົ້າໝາຍ ແລະ ກຳໄດ້ເຖິງເນື້ອແທ້ຈິດໃຈຂອງກອງປະຊຸມນຳອີກ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.