Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ເປີດກອງປະຊຸມຄັ້ງທີ III ປະຈຳປີ 2020
ວັນທີອອກຂ່າວ: 2020-11-26 08:29:58

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 4 ພະຈິກ 2020 ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ໄດ້ເປີດກອງປະຊຸມ ຄຄຊ ຄັ້ງທີ່ III ປະຈຳປີ 2020 ຂຶ້ນທີ່ຫ້ອງປະຊຸມ ຄຄຊ ຊັ້ນ 5 ອາຄານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ. ພ້ອມນີ້ ຍັງໃຫ້ກຽດເຂົ້າຮ່ວມຈາກບັນດາຄະນະກຳມະການພາຍໃນຄະນະກຳມະການຄຸ້ມຄອງຫຼັກຊັບ, ຄະນະສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ບັນດາພະນັກງານທີ່ກ່ຽວຂ້ອງ, ຜູ້ອຳນວຍການຕະຫຼາດຫຼັກຊັບລາວ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງຫຼາຍກວ່າ 20 ທ່ານ

ຈຸດປະສົງຕົ້ນຕໍຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປະເມີນການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງຜ່ານມາ ແລະ ຍັງມີບາງວຽກງານທີ່ສະເໜີຕໍ່ປະທານ ຄຄຊ ເພື່ອພິຈາລະນາຮັບຮອງເປັນຕົ້ນແມ່ນ ການປັບປຸງເຄື່ອງໝາຍ ຂອງ ຄຄຊ, ເນື້ອໃນ 2 ນິຕິກຳທີ່ສ້າງຂຶ້ນໃໝ່ ແລະ ປັບປຸງສະບັບທີ່ມີຢູ່ແລ້ວ ໃຫ້ແທດເໝາະກັບສະພາບປະຈຸບັນ ພ້ອມນັ້ນ ກໍ່ຍັງໄດ້ລາຍງານສະພາບການເຄື່ອນໄຫວຂອງ ຕລຊລ 9 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 3 ເດືອນທ້າຍປີ.

ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານ ຍັງໄດ້ຕີລາຄາສູງຕໍ່ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້ ຊຶ່ງຜົນສໍາເລັດຂອງກອງປະຊຸມ ແມ່ນເກີດຂຶ້ນຍ້ອນຄວາມຮັບຜິດຊອບສູງຂອງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມໃຈກັນຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ມີລັກສະນະສ້າງສັນ. ພ້ອມທັງ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຄະນະກໍາມະການຄຸ້ມຄອງຫຼັກຊັບທັງໝົດ ທີ່ໄດ້ປະກອບສ່ວນເຮັດໃຫ້ກອງປະຊຸມໃນຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ກໍານົດໄວ້.

ນອກນີ້, ທ່ານປະທານ ຍັງຮຽກຮ້ອງໃຫ້ ທ່ານ ຜູ້ວ່າການ ທຫລ, ຮອງປະທານ ຄຄຊ ຜູ້ປະຈຳການ ແລະ ສຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ. ພ້ອມທັງ, ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.