Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມເຜີຍແຜ່ນິຕິກຳວຽກງານຫຼັກຊັບໃຫ້ແກ່ 6 ບໍລິສັດ ຈົດທະບຽນໃນຕະຫຼາດຫຼັກຊັບລາວ
ວັນທີອອກຂ່າວ: 2020-09-30 12:43:34

ເນື້ີອໃນຂ່າວ:

ໃນຕອນບ່າຍ ຂອງ ວັນທີ 29 ກັນຍາ 2020 ຢູ່ທີ່ຫ້ອງປະຊຸມໃຫ່ຍ ສໍານັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ ນິຕິກໍາວຽກງານຫຼັກຊັບໃຫ້ແກ່ 6 ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ ຄື: 1.) ບໍລິສັດພູສີກໍ່ສ້າງ ແລະ ພັດທະນາມະຫາຊົນ, 2.) ບໍລິສັດ ປຣິໂຕລຽມເທດດິງ ມະຫາຊົນ, 3.) ບໍລິສັດ ລາວອາໂກເທັກ ມະຫາຊົນ, 4.) ບໍລິສັດວຽງຈັນເຊັນເຕີ ມະຫາຊົນ, 5.) ບໍລິສັດ ມະຫາທຶນເຊົ່າສິນເຊືອ ມະຫາຊົນ ແລະ 6.) ບໍລິສັດ ລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ, ເພື່ອເປັນການເພີ່ມຄວາມຮູ້ກ່ຽວກັບນິຕິກຳວຽກງານຫຼັກຊັບ ໃຫ້ແກ່ບໍລິສັດຈົດທະບຽນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ. ກອງປະຊຸມຄັ້ງນີ້ປະກອບມີ ຄະນະຜູ້ອຳນວຍການ, ຫົວໜ້າຝ່າຍ ແລະ ບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ, ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານ ຄຄຊ.

ໃນກອງປະຊຸມເຜີຍແຜ່ ຄັ້ງນີ້ ໄດ້ຮັບຟັງການບັນຍາຍ ໃນ 02 ຫົວຂໍ້ຄື: 1.) ຂໍ້ຕົກລົງວ່າດ້ວຍການເອົາຮຸ້ນອ້າງອີງເພື່ອvອກໄປຢັ້ງຢືນສິດ (ສ້າງໃໝ່) ແລະ 2.) ຄໍາແນະນຳວ່າດ້ວຍການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ. ຜູ້ເຂົ້າຮ່ວມໄດ້ມີການຊັກຖາມຂໍ້ຂ້ອງໃຈ ແລະ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເຮັດໃຫ້ມີບັນຍາກາດທີ່ຟົດຝື້ນ ຊຶ່ງກົງກັບເນື້ອໃນຈິດໃຈຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບຫຼັກການ, ຂັ້ນຕອນ ແລະ ກົນໄກການນຳເອົາຮຸ້ນຂອງບໍລິສັດຈົດທະບຽນໄປອ້າງອີງເພື່ອອອກໃບຢັ້ງຢືນສິດ ຢູ່ຕະຫຼາດຫຼັກຊັບຕ່າງປະເທດ. ພ້ອມທັງ, ມີຄວາມເຂົ້າໃຈ ແລະ ກໍາໄດ້ເລິກເຊີ່ງຫຼາຍຂຶ້ນກ່ຽວກັບຫຼັກການຈັດຕັ້ງປະຕິບັດຂອງ ສະພາບໍລິຫານ ແລະ ຄະນະອຳນວຍການ ບໍລິສັດທີ່ຈົດທະບຽນ. ທັງນີ້, ກໍເພື່ອເຮັດໃຫ້ 6 ບໍລິສັດຈົດທະບຽນ ທີ່ມີການຈັດຕັ້ງປະຕິບັດສອດຄ່ອງກັບລະບຽບການ ສໍານັກງານ ຄຄຊ ຢູ່ແລ້ວ ໃນໄລຍະຜ່ານມາ, ສາມາດສືບຕໍ່ຈັດຕັ້ງປະຕິບັດໃຫ້ດີຍີ່ງຂຶ້ນ ບໍວ່າຈະເປັນດ້ານການບໍລິຫານພາຍໃນບໍລິສັດ, ຂອດການລາຍງານຕໍ່ ສໍານັກງານ ຄຄຊ ແລະ ອື່ນໆ ເພື່ອເປັນແບບຢ່າງໃຫ້ແກ່ການຈັດຕັ້ງປະຕິບັດຂອງ ບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວໂດຍລວມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.