Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃຫ້ຄະນະນັກສຶກສາບຳລຸງທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ VIII
ວັນທີອອກຂ່າວ: 2020-03-31 15:14:36

ເນື້ີອໃນຂ່າວ:

ເພື່ອເປັນການສົ່ງເສີມຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນລາວ ໃຫ້ແກ່ມ່ວນຊົນລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ພາບລວມວຽກງານຕະຫຼາດທຶນ ຂອງ ສປປ ລາວ” ໃຫ້ແກ່ ຄະນະນັກສຶກສາບຳລຸງທິດສະດີການເມືອງ-ການປົກຄອງ 45 ວັນ ຊຸດທີ VIII ໃນຕອນບ່າຍຂອງວັນທີ 12 ມີນາ 2020 ຢູ່ທີ່ ຫ້ອງປະຊຸມໃຫ່ຍ ຊັ້ນ 6 ຂອງ ສຳນັກງານ ຄຄຊ. ກອງປະຊຸມຄັ້ງນີ້ປະກອບມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ 47 ທ່ານ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທັນ ພັນຫົງສາ ຫົວໜ້າຫ້ອງການບໍລິຫານ ໂຮງຮຽນການເມືອງ ແລະ ການປົກຄອງ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 5 ເອກະສານຄື: 1.) ພາບລວມຂອງຕະຫຼາດທຶນລາວ, 2.) ການລະດົມທຶນຈາກມວນຊົນ ຢູ່ ສປປ ລາວ, 3.) ຜົນປະໂຫຍດ ແລະ ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, 4). ການກະກຽມຄວາມພ້ອມ ເພື່ອລະດົມທຶນຈາກມວນຊົນ ແລະ 5.) ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ,ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.