Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເລີ່ມຕົ້ນເຄື່ອນໄຫວໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ປະຈຳປີ 2020 ທີ່ ແຂວງຊຽງຂວາງ
ວັນທີອອກຂ່າວ: 2020-02-27 08:47:47

ເນື້ີອໃນຂ່າວ:

ໃນລະຫວ່າງວັນທີ 4-6 ກຸມພາ 2020 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເລີ່ມຕົ້ນເຄື່ອນໄຫວໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ປະຈຳປີ 2020 ທີ່ແຂວງຊຽງຂວາງ. ໂດຍໃນວັນທີ 4 ກຸມພາ 2020 ສຄຄຊ, ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຮ່ວມກັບ ທະນາຄານແຫ່ງ ສປປ ລາວ (ທຫລ) ສາຂາຊຽງຂວາງ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້: “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ” ໃຫ້ແກ່ພະນັກງານຂອງ ທຫລ ສາຂາຊຽງຂວາງ, ບັນດາທະນາຄານທຸລະກິດ, ສະຖາບັນການເງິນ, ພະແນກການ ແລະ ວິສາຫະກິດ ພາຍໃນແຂວງຊຽງຂວາງ ທີ່ ຫ້ອງປະຊຸມໃຫຍ່ຂອງທະນາ ຄານພັດທະນາລາວ ສາຂາຊຽງຂວາງ. ພ້ອມນັ້ນ, ການໄປເຄື່ອນໄຫວວຽກງານໃນຄັ້ງນີ້ ສຄຄຊ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ຍັງໄດ້ຮ່ວມກັບ 2 ສະຖາບັນການສຶກສາ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ໃຫ້ແກ່ພະນັກງານ, ຄູອາຈານ ແລະ ນັກສຶກສາ ທີ່ ວິທະຍາໄລຄູຄັງໄຂ ໃນວັນທີ 5 ກຸມພາ 2020 ແລະ ວັນທີ 6 ກຸມພາ 2020 ທີ່ ວິທະຍາໄລວົງຈະເລີນພັດທະນາ, ຊຶ່ງການຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນຢູ່ແຂວງຊຽງຂວາງຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 400 ທ່ານ.

ຈຸດປະສົງຂອງກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈໃຫ້ແກ່ພະ ນັກງານໃນຂະແໜ່ງການຕ່າງໆ, ຄູອາຈານ ແລະ ນັກສຶກສາ ພາຍໃນແຂວງຊຽງຂວາງ ໄດ້ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນ ພາບລວມຂອງການພັດທະນາຕະຫຼາດທຶນໃນ ສປປ ລາວ, ການນຳໃຊ້ຕະຫຼາດທຶນເປັນຊ່ອງທາງເພື່ອການລະດົມທຶນ ແລະ ລົງທຶນ, ການຈົດທະບຽນໃນຕະຫຼາດຫຼັັກຊັບລາວ, ວິທີການລົງທຶນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກຕະຫຼາດທຶນຕໍ່ທຸກໆພາກສ່ວນໃນສັງຄົມ.

ຜ່ານການຈັດກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບວຽກງານຕະ ຫຼາດທຶນຫຼາຍຂຶ້ນໆ, ຊຶ່ງສະແດງໃຫ້ເຫັນຈາກການປະກອບສ່ວນຕັ້ງຄຳຖາມເຈາະຈິ້ມ ແລະ ສາມາດຕອບຄຳຖາມກິດຈະກຳຂອງທາງຄະນະຜູ້ບັນຍາຍກະກຽມໄວ້ຢ່າງຖືກຕ້ອງເປັນຈຳນວນຫຼາຍ. ພ້ອມນັ້ນ ຜູ້ເຂົ້າຮ່ວມຍັງໄດ້ສະເໜີໃຫ້ ສຄຄຊ ແລະ ຜູ້ມີສ່ວນຮ່ວມໃນຕະຫຼາດທຶນ ມີການມາຈັດຕັ້ງກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນຢູ່ແຂວງຊຽງຂວາງໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ມວນຊົນພາຍໃນແຂວງຊຽງຂວາງສາມາດກຳໄດ້ສະພາບການພັດທະນາຕະຫຼາດທຶນພາຍໃນ ສປປ ລາວ ແລະ ມີຄວາມເຂົ້າໃຈທີ່ເລິກເຊິ່ງຂຶ້ນຕື່ມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.