Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ນິຕິກຳທີ່ມີແລ້ວ ແລະ ສ້າງໃໝ່
ວັນທີອອກຂ່າວ: 2020-02-27 08:41:46

ເນື້ີອໃນຂ່າວ:

ໃນວັນທີ 30 ມັງກອນ ປີ 2020 ທີ່ຫ້ອງປະຊຸມຊັ້ນ 5 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ເປີດກອງປະຊຸມເຜີຍແຜ່ນິຕິກຳຂົງເຂດວຽກງານຫຼັກຊັບ ທີ່ຕິດພັນກັບການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍ ໂດຍການເປັນປະທານຂອງທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີຕ່າງໜ້າຈາກບັນດາບໍລິສັດທີ່ປຶກສາກົດໝາຍ, ທະນາຍຄວາມ, ກົມທີ່ກ່ຽວຂ້ອງຈາກ ທະນາຄານແຫ່ງ ສປປ ລາວ ແລະ ບໍລິສັດກວດສອບບັນຊີ, ພ້ອມທັງພະນັກງານທີ່ກ່ຽວຂ້ອງຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼາຍກວ່າ 20 ທ່ານ.

ຈຸດປະສົງຕົ້ນຕໍໃນການຈັດກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະ ມົນຕີ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ເລກທີ 02/ນຍ ລົງວັນທີ 1 ກຸມພາ 2018 ນັ້ນກໍ່ຄືການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍ ຂອງ ສປປ ລາວ ຊຶ່ງໃນປີ 2019 ສປປ ລາວ ໄດ້ຖືກຈັດອັນດັບທີ່ 179 ຈາກທະນາຄານໂລກ.

ໃນກອງປະຊຸມຄັ້ງນີ້ ໄດ້ຮັບການບັນຍາຍໂດຍ ທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ກ່ຽວກັບນິຕິກຳທີ່ກ່ຽວຂ້ອງກັບການຈັດອັນດັບຂອງທະນາຄານໂລກ ຊຶ່ງປະກອບມີ: ຂໍ້ຕົກລົງວ່າດ້ວຍສະພາບໍລິຫານ, ຂໍ້ຕົກລົງວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ, ຂໍ້ຕົກລົງວ່າດ້ວຍການລາຍການທີ່ກ່ຽວພັນ, ຄຳແນະນຳວ່າດ້ວຍການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນ ແລະ ຄຳແນະນຳວ່າດ້ວຍການຈັດກອງປະຊຸມຜູ້ຖືຮຸ້ນ.

ນອກຈາກນີ້, ທ່ານປະທານກອງປະຊຸມຍັງຮຽກຮ້ອງໃຫ້ບັນດາຜູ້ເຂົ້າຮ່ວມກອງປະຊຸມຈິງໃຈປະກອບຄຳຄິດເຫັນຕໍ່ນິຕິກຳທີ່ກ່ຽວຂ້ອງກັບການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍໃນຂະແໜງການຕະຫຼາດທຶນເພື່ອເຮັດໃຫ້ ສປປ ລາວ ໄດ້ຮັບການຈັດອັນດັບທີ່ດີຂຶ້ນຈາກທະນາຄານໂລກໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.