Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຝຶກອົບຮົມຜູ້ບັນຍາຍ Train the trainer ໃນຫົວຂໍ້: “Board Leadership Program”
ວັນທີອອກຂ່າວ: 2019-11-26 12:40:11

ເນື້ີອໃນຂ່າວ:

ເພື່ອເປັນການເປີດໂອກາດໃຫ້ແກ່ສະມາຊິກສະພາບໍລິຫານ ແລະ ຜູ້ບໍລິຫານຂັ້ນສູງ ຂອງບໍລິສັດໃນ ສປປ ລາວ ໄດ້ມີໂອກາດຮຽນຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ຂອງປະທານ ແລະ ສະມາຊິກສະພາບໍລິຫານໃຫ້ເລິກເຊິ່ງ, ພ້ອມທັງ ເພື່ອຮັບປະກັນຜົນການດຳເນີນງານ ແລະ ການຂະຫຍາຍຕົວຂອງບໍລິສັດໃຫ້ມີປະສິດທິຜົນໄດ້ຕາມລະດັບຄາດໝາຍຂອງແຜນທຸລະກິດທີ່ວາງໄວ້ ໂດຍສະເພາະແມ່ນບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວ. ສະນັ້ນ, ໃນລະຫວ່າງວັນທີ 3-4 ຕຸລາ 2019 ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຈຶ່ງໄດ້ຮ່ວມມືກັບ ສະມາ ຄົມສົ່ງເສີມສະຖາບັນກຳມະການບໍລິສັດໄທ ຫຼື IOD ໄທ ໄດ້ຈັດກອງປະຊຸມຝຶກອົບຮົມຜູ້ບັນຍາຍ Train the trainer ໃນຫົວຂໍ້: “Board Leadership Program ” ທີ່ຫ້ອງປະຊຸມສະຫຼອງໄຊ ໂຮງແຮມ ເມື່ອງແທງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ແລະ ນຳສະເໜີເນື້ອໃນທັງໝົດໂດຍ ຄະນະຜູ້ຊ່ຽວຊານຈາກ ສະມາຄົມ IOD ໄທ ລວມທັງໝົດຈຳນວນ 4 ທ່ານ, ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ບັນດາຫົວໜ່ວຍວິສາຫະກິດ ກໍ່ໃຫ້ກຽດເຂົ້າຮ່ວມທັງໝົດ 26 ທ່ານ.

ກອງປະຊຸມຝຶກອົບຮົມຄັ້ງນີ້ໄດ້ດຳເນີນໄປເປັນເວລາ 2 ວັນ, ໃນນີ້ຜູ້ບັນຍາຍໄດ້ນຳສະເໜີ ແລະ ແລກປ່ຽນປະສົບການກັບຜູ້ເຂົ້າຮ່ວມໃຫ້ມີຄວາມເຂົ້າໃຈກ່ຽວກັບ ຄວາມສຳຄັນຂອງການບໍລິຫານທີ່ດີ ຫຼື Corporate Governance (CG), ປະສິດທິພາບໃນການປະຕິບັດວຽກງານຂອງສະພາບໍລິຫານ, ການວາງແຜນຍຸດທະສາດ, ການບໍລິຫານຄວາມສ່ຽງຂອງບໍລິສັດ ແລະ ການລາຍງານ ແລະ ການເປີດເຜີຍຂໍ້ມູນຂອງບໍລິລິສັດ ອີກດ້ວຍ

ບັນຍາກາດໃນກອງປະຊຸມຝຶກອົບຮົມດຳເນີນໄປຢ່າງຟົດຟື້ນ ເຫັນໄດ້ຈາກການຕັ້ງໜ້າຮັບຟັງການບັນຍາຍ, ຕອບຄຳຖາມທີ່ນັກວິທະຍາກອນຕັ້ງຂຶ້ນ ແລະ ແລກປ່ຽນຄວາມຄິດເຫັນໃນກອງປະຊຸມຢ່າງຟົດຟື້ນ ແລະ ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.