Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາໃນຫົວຂໍ້: “ການປ່ຽນລະບົບການລາຍງານການເງິນມາສູ່ມາດຕະຖານສາກົນ IFRS”
ວັນທີອອກຂ່າວ: 2019-11-26 12:37:22

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມມືກັບ ບໍລິສັດກວດສອບ ເອີນແອນຢັງລາວ ຈໍາກັດ, ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ການປ່ຽນລະບົບການລາຍງານການເງິນມາສູ່ມາດຕະຖານສາກົນ IFRS” ຂຶ້ນໃນວັນທີ 22 ພະຈິກ 2019 ທີ່ຫ້ອງປະຊຸມໃຫຍ່ ສໍານັກງານ ຄຄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ແລະ ໃຫ້ກຽດຂຶ້ນກ່າວມີຄໍາເຫັນ ໂດຍທ່ານ ວັນ ເລ ຜູ້ຈັດການອາວຸໂສ ບໍລິສັດກວດສອບ ເອີນແອນຢັງລາວ ຈໍາກັດ, ນຳສະເໜີເນື້ອໃນໂດຍ ທ່ານ ແອນໂທນີ ອາຊັດຊາ ຜູ້ຈັດການ ບໍລິສັດກວດສອບ ເອີນແອນຢັງລາວ ຈໍາກັດ. ພ້ອມດ້ວຍຄະນະ, ຊຶ່ງກອງປະຊຸມສໍາມະນາດັ່ງກ່າວປະກອບດ້ວຍ ນັກສຳມະນາກອນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນພະນັກງານຈາກບັນດາກົມອ້ອມຂ້າງທະນາຄານແຫ່ງ ສປປ ລາວ, ສໍານັກງານ ຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ ແລະ ບໍລິສັດທີ່ມີເປົ້າໝາຍຈົດທະບຽນໃນຕະຫຼາດຫຼັກຊັບລາວ, ກໍ່ໃຫ້ກຽດເຂົ້າຮ່ວມຫຼາຍກ່ວາ 50 ທ່ານ

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີໃຫ້ນັກສຳມະນາກອນຈາກພາກສ່ວນທີ່ກ່ຽວຂ້ອງສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມໝາຍຄວາມສໍາຄັນຂອງການປ່ຽນລະບົບການລາຍງານການເງິນມາສູ່ມາດຕະຖານການເງິນສາກົນ IFRS, ຊຶ່ງຖືໄດ້ວ່າເປັນເຄື່ອງມືໜຶ່ງທີ່ມີຄວາມສໍາຄັນໃນວຽກງານການພັດທະນາຕະຫຼາດທຶນລາວເຮົາໃນປັດຈຸບັນນີ້, ເພື່ອເຮັດໃຫ້ຂໍ້ມູນ ແລະ ລະບົບທາງການເງິນມີຄວາມຊັດເຈນໂປ່ງໃສ ແລະ ທັງເປັນການສ້າງໂອກາດໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໄດ້ງ່າຍ ແລະ ສະດວກຍິ່ງຂຶ້ນ

ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໄປເປັນເວລາເຄິ່ງວັນ ໃນນີ້ຜູ້ບັນຍາຍໄດ້ນຳສະເໜີ, ສົນທະນາ ແລະ ແລກປ່ຽນປະສົບການກັບບັນດານັກສໍາມະນາກອນໃນຫຼາຍໆຫົວຂໍ້ທີ່ສຳຄັນຕໍ່ການຍົກສູງຄວາມເຂົ້າໃຈທີ່ກ່ຽວຂ້ອງກັບການປ່ຽນລະບົບລາຍງານການເງິນມາສູ່ມາດຕະຖານສາກົນ IFRS ນີ້. ບັນຍາກາດໃນກອງປະຊຸມດຳເນີນໄປຢ່າງຟົດຟື້ນ ຊຶ່ງເຫັນໄດ້ຈາກການປະກອບສ່ວນໃນການແລກປ່ຽນ ຖາມ-ຕອບ ບັນດາຄໍາຖາມທີ່ນັກວິທະຍາກອນຕັ້ງຂຶ້ນ, ເຖິງແມ່ນວ່າຈະເປັນເວລາທີ່ສັ້ນ ແຕ່ກໍ່ອັດແໜ້ນເຕັມໄປດ້ວຍເນື້ອໃນ ເຮັດໃຫ້ກອງປະຊຸມສໍາມະນາສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.