Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ສືບຕໍ່ເຜີຍແຜ່ວຽກງານຕະຫຼາດທຶນ ທີ່ແຂວງຫຼວງພະບາງ ແລະ ແຂວງອຸດົມໄຊ
ວັນທີອອກຂ່າວ: 2019-11-26 12:33:51

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ຈັດກອງປະຊຸມໂຄສະນາເຜີຍແຜ່ ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນຕອນເຊົ້າຂອງ ວັນທີ 05 ພະຈິກ 2019, ທີ່ ມະຫາວິທະຍາໄລການເງິນພາກເໜືອ ແຂວງຫຼວງພະບາງ ແລະ ໃນຕອນເຊົ້າຂອງ ວັນທີ 07 ພະຈິກ 2019, ທີ່ ວິທະຍາໄລ ລາວນານາຊາດ ສາຂາອຸດົມໄຊ, ພ້ອມນັ້ນ ໃນຕອນສວຍຂອງ ວັນທີ 07 ພະຈິກ 2019, ທີ່ ທະນາຄານແຫ່ງ ສປປ ລາວ ສາຂາອຸ ດົມໄຊ ໃນຫົວຂໍ້: “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ”, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 500 ທ່ານ

ຈຸດປະສົງຂອງກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນເວົ້າລວມ, ເວົ້າສະເພາະກໍ່ຄື ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາ, ພ້ອມທັງ ພະນັກງານຂອງບັນດາທະນາຄານທຸລະກິດ, ສະຖາບັນການເງິນ, ພະແນກການ, ບັນດາວິສາຫະກິດ ພາຍໃນແຂວງຫຼວງພະບາງ ແລະ ອຸດົມໄຊ ໄດ້ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນ ພາບລວມຂອງການພັດທະນາຕະຫຼາດທຶນໃນ ສປປ ລາວ, ການນຳໃຊ້ຕະຫຼາດທຶນເປັນຊ່ອງທາງເພື່ອການລະດົມທຶນ ແລະ ລົງ ທຶນ, ການຈົດທະບຽນໃນຕະຫຼາດຫຼັັກຊັບລາວ, ວິທີການລົງທຶນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກຕະຫຼາດທຶນຕໍ່ທຸກໆພາກສ່ວນໃນສັງຄົມ

ເຫັນໄດ້ວ່ານັກສຳມະນາກອນທີ່ເຂົ້າຮ່ວມກອງປະຊຸມໂຄສະນາເຜີຍແຜ່ຄັ້ງນີ້ ໄດ້ໃຫ້ຄວາມສົນໃຈໃນການປະກອບຄຳເຫັນ ແລະ ຮ່ວມຫຼິ້ນກິດຈະກຳຕອບຄໍາຖາມ ກ່ຽວກັບວຽກງານຕະຫຼາດທຶນຢ່າງຄຶກຄື້ນ ເຮັດໃຫ້ບັນຍາກາດຂອງກອງປະຊຸມດຳເນີນໄປດ້ວຍຄວາມຟົດຟື້ນ ແລະ ມ່ວນຊື່ນຕະຫຼອດເວລາຂອງການດຳເນີນກອງປະຊຸມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.