Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ III ປະຈໍາປີ 2019
ວັນທີອອກຂ່າວ: 2019-09-27 08:49:08

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງ ວັນທີ 13 ກັນຍາ 2019, ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍາປີ 2019, ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນທີ່ ຫ້ອງປະຊຸມຊັ້ນ 5 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໃຫ້ກຽດເປັນປະທານກອງປະຊຸມ ໂດຍ ທ່ານ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ພ້ອມດ້ວຍບັນດາຄະນະ ຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກ່ວາ 28 ທ່ານ.

ກອງປະຊຸມຄັ້ງນີ້ ໄດ້ມີການປຶກສາຫາລືບາງວຽກງານທີ່ສໍາຄັນ ເປັນຕົ້ນແມ່ນ ໄດ້ລາຍງານ ກ່ຽວກັບຜົນຂອງການຈັດຕັ້ງມະຕິກອງປະຊຸມຄັ້ງທີ II ປີ 2019, ຮັບຮອງເອົານິຕິກຳ 2 ສະບັບຄື: ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການເຄື່ອນໄຫວຂອງບໍລິສັດບໍລິຫານຊັບສິນ ແລະ ຂໍ້ຕົກລົງວ່າດ້ວຍກອງທຶນຮ່ວມ, ຮັບຟັງການລາຍງານ ກ່ຽວກັບສະພາບການຊື້-ຂາຍ ຮຸ້ນ, ແຜນປັບປຸງ ແລະ ພັດທະນາຕະຫຼາດຫຼັກຊັບລາວ. ນອກນັ້ນ, ຍັງໄດ້ລາຍງານ ຜົນການດຳເນີນງານປະຈຳ 6 ເດືອນຕົ້ນປີ 2019 ຂອງບໍລິສັດຈົດທະບຽນ.

ໃນຕອນທ້າຍຂອງກອງປະຊຸມຍັງໄດ້ມີການປະກອບຄຳເຫັນຕໍ່ບາງບັນຫາທີ່ຕິດພັນກັບວຽກງານຕະຫຼາດທຶນເຮັດໃຫ້ກອງປະຊຸມສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.