Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເຜີຍແຜ່ລະບຽບການໃຫ້ແກ່ພະນັກງານທຸກຂັ້ນຂອງ ບໍລິສັດ ຜ-ຟຟລ
ວັນທີອອກຂ່າວ: 2019-09-17 08:38:24

ເນື້ີອໃນຂ່າວ:

ໃນວັນອັງຄານ ທີ 10 ກັນຍາ 2019 ທ່ານສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບພ້ອມດ້ວຍພະນັກງານພະແນກນິຕິກຳ ແລະ ພະແນກ ຄຸ້ມຄອງການອອກຈຳໜ່າຍຫຼັກຊັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ເປີດກອງປະຊຸມເຜີຍແຜ່ລະບຽບການລຸ່ມກົດໝາຍວ່າດ້ວຍວຽກງານຫຼັກຊັບໃຫ້ແກ່ຄະນະສະພາບໍລິຫານ, ການນຳຂັ້ນສູງ, ຂັ້ນພະແນກ ແລະ ວິຊາການຂອງບໍລິສັດຜະລິດໄຟຟ້າລາວ ມະຫາຊົນ ຊຶ່ງປະກອບມີ ຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງບໍລິສັດຈົດທະບຽນ, ຄຳແນະນຳວ່າດ້ວຍກອງປະຊຸມຜູ້ຖືຮຸ້ນ ແລະ ຄຳແນະນຳວ່າດ້ວຍການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ທີ່ຫ້ອງປະຊຸມໃຫຍ່ ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ.

ຈຸດປະສົງຕົ້ນຕໍໃນການເຜີຍແຜ່ລະບຽບການໃນຄັ້ງນີ້ກໍ່ແມ່ນເພື່ອສົ່ງເສີມໃຫ້ສະພາບໍລິຫານ ແລະ ບັນດາພະນັກງານທຸກຂັ້ນທີ່ກ່ຽວຂ້ອງໄດ້ມີຄວາມເຂົ້າໃຈເພີ່ມຕື່ມກ່ຽວກັບການປະຕິບັດຕາມ 3 ລະບຽບການດັ່ງກ່າວ.

ລາຍລະອຽດຂອງທັງ 3 ລະບຽບການປະກອບມີ:

- ຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງບໍລິສັດຈົດທະບຽນປະກອບມີ: ຄວາມໝາຍຄວາມສຳຄັນ ແລະ ໂຄງຮ່າງການຈັດຕັ້ງຂອງສະພາບໍລິຫານ, ເງື່ອນໄຂ, ສິດ ແລະ ໜ້າທີ່ຂອງສະມາຊິກສະພາບໍລິຫານ, ຂໍ້ຫ້າມ, ຂໍ້ຍົກເວັ້ນຄວາມຮັບຜິດຊອບ,​ການຮ້ອງຟ້ອງຂອງບໍລິສັດ ແລະ ຜູ້ຖືຮຸ້ນຕໍ່ສະພາບໍລິຫານ ແລະ ມາດຕະການຕໍ່ຜູ້ລະເມີດ;
- ຄຳແນະນຳກ່ຽວກັບການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ປະກອບມີ 4 ພາກ 8 ຫຼັກການ, 24 ຄຳແນະນຳ, 143 ຂໍ້ກຳນົດ ຊຶ່ງເວົ້າກ່ຽວກັບສິດຂອງຜູ້ຖືຮຸ້ນ ແລະ ການປະຕິບັດຕໍ່ຜູ້ຖືຮຸ້ນຢ່າງເທົ່າທຽມ, ການຄຸ້ມຄອງສາຍພົວພັນກັບຜູ້ທີ່ມີສ່ວນຮ່ວມໃນຕະຫຼາດ, ການເປີດເຜຍຂໍ້ມູນ ແລະ ຄວາມໂປ່ງໃສ ແລະ ສຸດທ້າຍແມ່ນ ພາລະບົບາດ ແລະ ຄວາມຮັບຜິດຊອບຂອງສະພາບໍລິຫານ;
- ຄຳແນະນຳວ່າດ້ວຍການຈັດຕັ້ງກອງປະຊຸມຜູ້ຖືຮູ້ນປະກອບມີ:ຈຸດປະສົງ ແລະ ຫຼັກການໃນການຈັດກອງປະຊຸມຜູ້ຖືຮຸ້ນ, ຂັ້ນຕອນຂອງກອງປະຊຸມຜູ້ຖືຮຸ້ນ ລວມໄປເຖິງການກະກຽມຄວາມພ້ອມຮອບດ້ານ, ເນື້ອໃນຂອງວາລະກອງປະຊຸມແຕ່ລະຄັ້ງ,​ການແຈ້ງເຊີນ ແລະ ອື່ນໆ.

ຜ່ານການເຜີຍແຜ່ທັງສາມລະບຽບການເຫັນວ່າ ມີນັກສຳມະນາກອນໃຫ້ຄວາມສົນໃຈຕໍ່ທັງສາມລະບຽບການ ແລະ ໄດ້ຕັ້ງຄຳຖາມເພື່ອຄວາມກະຈາງແຈ້ງເນື່ອງຈາກວ່າ ການຈັດຕັ້ງປະຕິບັດຕົວຈິງ ບໍວ່າຈະເປັນການປະຕິບັດໜ້າທີ່ ແລະ ການຄັດເລືອກສະພາບໍລິຫານ, ການກະກຽມເປີດກອງປະຊຸມສາມັນຜູ້ຖືຮຸ້ນ ແລະ ອື່ນໆ ຍັງມີສິ່ງທ້າທາຍ ແລະ ບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປຶກສາຫາລືກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.