Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາໃນຫົວຂໍ້: “ຜະລິດຕະພັນທາງການເງິນ ແລະ ກອງທຶນ”
ວັນທີອອກຂ່າວ: 2019-08-30 07:17:19

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມມືກັບ ອົງການຄຸ້ມຄອງວຽກງານການເງິນ ສ.ເກົາຫຼີ ໄດ້ຈັດກອງປະຊຸມສຳມະນາໃນຫົວຂໍ້: “ຜະລິດຕະພັນທາງການເງິນ ແລະ ກອງທຶນ” ຂຶ້ນໃນວັນທີ 21-22 ສິງຫາ 2019 ທີ່ຫ້ອງປະຊຸມໃຫຍ່ ສໍານັກງານ ຄຄຊ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວຽງດາລີ ສຸພານຸວົງ ຮອງຫົວໜ້າສຳນັກງານ ຄຄຊ ແລະ ນຳສະເໜີເນື້ອໃນທັງໝົດໂດຍ ທ່ານ ຈົ່ງ ເຈ ຢອງ ຮອງຫົວໜ້າກົມຮ່ວມມືສາກົນ ພ້ອມດ້ວຍຄະນະ, ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ນັກສຳມະນາກອນຈາກຫຼາຍພາກສ່ວນ ເປັນຕົ້ນແມ່ນບັນດາກົມຈາກທະນາຄານແຫ່ງ ສປປ ລາວ, ສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ແລະ ບໍລິສັດຈົດທະບຽນ ກໍ່ໃຫ້ກຽດເຂົ້າຮ່ວມຫຼາຍກ່ວາ 30 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີໃຫ້ນັກສຳມະນາກອນຈາກພາກສ່ວນທີ່ກ່ຽວຂ້ອງສາມາດຮັບຮູ້ ແລະ ເຂົ້າໃຈກ່ຽວກັບການພັດທະນາຕະຫຼາດທຶນຂອງ ສ. ເກົາຫຼີ ແລະ ຍົກສູງຄວາມເຂົ້າໃຈໃຫ້ແກ່ນັກສຳມະນາກອນໃຫ້ໄດ້ມີໂອກາດໄດ້ຮູ້ກ່ຽວກັບບັນດາຜະລິດຕະພັນທີ່ສຳຄັນໃນວຽກງານຕະຫຼາດທຶນ.

ກອງປະຊຸມສຳມະນາຄັ້ງນີ້ໄດ້ດຳເນີນໄປເປັນເວລາ 2 ວັນ ໃນນີ້ຜູ້ບັນຍາຍໄດ້ນຳສະເໜີ ແລະ ແລກປ່ຽນປະສົບການກັບຜູ້ເຂົ້າຮ່ວມໃຫ້ມີຄວາມເຂົ້າໃຈກ່ຽວກັບຜະລິດຕະພັນທາງການເງິນ, ລະບຽບການກ່ຽວກັບການດຳເນີນທຸລະກິດຫຼັກຊັບ ແລະ ບັນດາລະບຽບການທີ່ກ່ຽວຂ້ອງ, ການປົກປ້ອງຜູ້ລົງທຶນ ແລະ ອີກຫຼາຍໆຫົວຂໍ້ທີ່ສຳຄັນຕໍ່ການຍົກສູງຄວາມເຂົ້າໃຈກ່ຽວຂ້ອງກັບວຽກງານຕະຫຼາດທຶນ. ບັນຍາກາດໃນກອງປະຊຸມດຳເນີນໄປຢ່າງຟົດຟື້ນ ເຫັນໄດ້ຈາກການຕັ້ງໜ້າຮັບຟັງການບັນຍາຍ, ຕອບຄຳຖາມທີ່ນັກວິທະຍາກອນຕັ້ງຂຶ້ນ ແລະ ແລກປ່ຽນຄວາມຄິດເຫັນໃນກອງປະຊຸມຢ່າງຟົດຟື້ນ ແລະ ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.