Friday, 03 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສໍາມະນາ: “ການຖອດຖອນບົດຮຽນກ່ຽວກັບຫຼັກການປະເມີນມູນຄ່າຊັບສິນ”
ວັນທີອອກຂ່າວ: 2019-08-02 08:54:44

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງ ວັນທີ 26 ກໍລະກົດ 2019, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ບໍລິສັດລາວປະເມີນມູນຄ່າຊັບສິນ ຈໍາກັດ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການຖອດຖອນບົດຮຽນກ່ຽວກັບຫຼັກການປະເມີນມູນຄ່າຊັບສິນ” ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ສຄຄຊ, ໂດຍການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ, ຮອງຫົວໜ້າ ສຄຄຊ, ກອງປະຊຸມດັ່ງກ່າວ ໃຫ້ກຽດບັນຍາຍໂດຍ ທ່ານ ອົງອາດ ກໍ່ບຸນ, ຜູ້ຊ່ວຍຜູ້ຈັດການ ບໍລິສັດລາວປະເມີນມູນຄ່າຊັບສິນ ຈໍາກັດ, ກອງປະຊຸມສໍາມະນາດັ່ງກ່າວ ໄດ້ຮັບຟັງການບັນຍາຍໃນ 03 ຫົວຂໍ້ຄື: 1. ວິທີການ ແລະ ຂັ້ນຕອນໃນການປະເມີນຫຼັກຊັບ; 2. ເງື່ອນໄຂການກໍານົດລາຄາ ແລະ ການສົມທຽບ; 3. ການຮັບຮອງຜົນການປະເມີນ, ຊຶ່ງມີຜູ້ເຂົ້າຮ່ວມມາຈາກບັນດາກົມອອ້ມຂ້າງທະນາຄານແຫ່ງ ສປປ ລາວ (ທຫລ) ທີ່ຕິດພັນກັບວຽກງານດັ່ງກ່າວ ເຊັ່ນ: ກົມຄຸ້ມຄອງສະຖາບັນການເງິນ, ກົມຄຸ້ມຄອງທະນາຄານທຸລະກິດ, ສູນເກັບຊື້ໜີ້ ແລະ ຮັບຝາກເກັບໜີ້ ແລະ ສຄຄຊ ເຂົ້າຮ່ວມຫຼາຍກ່ວາ 80 ທ່ານ.

ຈຸດປະສົງ ໃນການຈັດກອງປະຊຸມສໍາມະນາດັ່ງກ່າວ ກໍ່ແມ່ນເພື່ອເປັນການແລກປ່ຽນບົດຮຽນກ່ຽວກັບຫຼັກການປະເມີນມູນຄ່າຊັບສິນ ເພື່ອໃຫ້ຮູ້ຈັກວິທີ ແລະ ຂັ້ນຕອນໃນການປະເມີນຫຼັກຊັບ, ຊຶ່ງມີຄວາມສໍາຄັນໃນຂົງເຂດວຽກງານຕະຫຼາດທຶນ ໂດຍສະເພາະກໍ່ແມ່ນເພື່ອສ້າງຄວາມໂປ່ງໃສ ໃນການປະເມີນມູນຄ່າຊັບສິນຂອງບໍລິສັດທີ່ມີຈຸດປະສົງເຂົ້າມາລະດົມທຶນໃນຕະຫຼາດທຶນ.

ໃນຕອນທ້າຍຂອງກອງປະຊຸມ ສໍາມະນາ ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນກັນຢ່າງກົງໄປກົງມາ ເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຫຼັກການປະເມີນມູນຄ່າຊັບສິນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.