Saturday, 04 May 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ທີ່ ກະຊວງສຶກສາທິການ ແລະ ການກິລາ
ວັນທີອອກຂ່າວ: 2019-07-02 12:52:31

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2019, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງຄື: ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ໃຫ້ແກ່ພະນັກງານພາຍໃນ ກະຊວງສຶກສາທິການ ແລະ ກິລາ ໂດຍການເປັນປະທານ ຮ່ວມລະຫວ່າງ ທ່ານ ແພງມາ ໄຊຍະລາດ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ນັກສໍາມະນາກອນທີ່ມາຈາກບັນດາກົມ ແລະ ອົງການທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ ທັງໝົດຫຼາຍກ່ວາ 100 ທ່ານ.

ກອງປະຊຸມເຜີຍແຜ່ໃນຄັ້ງນີ້ ນັກສຳມະນາກອນ ໄດ້ຮັບຟັງການບັນຍາຍ ເອກະສານຕ່າງໆກ່ຽວກັບວຽກງານຕະຫຼາດທຶນເຊັ່ນ: ພາບລວມຂອງຕະຫຼາດທຶນລາວ; ທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ; ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບ ພາລະບົດບາດຂອງຕະຫຼາດທຶນ ໃນການຊຸກຍູ້, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນຳໃຊ້ຕະຫຼາດທຶນເພື່ອເປັນທາງເລືອກໃໝ່ໃນການລະດົມທຶນ ແລະ ລົງທຶນ, ພ້ອມທັງຂັ້ນຕອນການຊື້-ຂາຍ ຮຸ້ນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ.

ຕອນທ້າຍກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ,ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.