Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ທີ່ ສູນກາງແນວລາວສ້າງຊາດ
ວັນທີອອກຂ່າວ: 2019-06-25 08:52:24

ເນື້ີອໃນຂ່າວ:

ເພື່ອເປັນການສົ່ງເສີມຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນລາວ ໃຫ້ແກ່ມ່ວນຊົນລາວເວົ້າລວມ, ເວົ້າສະເພາະກໍ່ຄື ພະນັກງານລັດຖະກອນຢູ່ໃນອົງການຈັດຕັ້ງຕ່າງໆໄດ້ຮັບຊາບຢ່າງທົ່ວເຖິງ. ໃນຕອນບ່າຍຂອງວັນທີ 21 ມິຖຸນາ 2019, ທີ່ຫ້ອງປະຊຸມໃຫ່ຍ ສູນກາງແນວລາວສ້າງຊາດ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”ໃຫ້ແກ່ພະນັກງານພາຍໃນ ສູນກາງແນວລາວສ້າງຊາດ. ກອງປະຊຸມສຳມະນາຄັ້ງນີ້ໃຫ້ກຽດເຂົ້າຮັບຟັງການບັນຍາຍໂດຍ ທ່ານ ນ. ຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ແລະ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ ພ້ອມດ້ວຍພະນັກງານພາຍໃນ ສູນກາງແນວລາວສ້າງຊາດ ທັງໝົດຫຼາຍກ່ວາ 102 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. ພາບລວມຂອງຕະຫຼາດທຶນລາວ; 2. ທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ; 3. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບ ສະພາບການໂດຍລວມຂອງວຽກງານຕະຫຼາດທຶນ, ການລະດົມທຶນ ແລະ ຂັ້ນຕອນຕ່າງໆໃນການລົງທຶນໃນຮຸ້ນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ຕອນທ້າຍກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.