Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສືບຕໍ່ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ວັນທີອອກຂ່າວ: 2019-06-17 12:41:51

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 12 ມິຖຸນາ 2019, ທີ່ຫ້ອງປະຊຸມໃຫ່ຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ (ສຄອຊ), ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ”, ໃຫ້ແກ່ພະນັກງານພາຍໃນ ສຄອຊ ແລະ ບັນດາວິສາຫະກິດທີ່ເປັນສະມະຊິກ ຂອງ ສຄອຊ. ກອງປະຊຸມສຳມະນາຄັ້ງນີ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ແລະ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ, ໃຫ້ກຽດເຂົ້າຮ່ວມກອງປະຊຸມສຳມະນາຄັ້ງນີ້ ໂດຍ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫ່ຍ ຕະຫຼາດຫຼັກຊັບລາວ, ພະນັກງານພາຍໃນ ສຄອຊ ແລະ ບັນດາຕົວແທນວິສາຫະກິດທີ່ເປັນສະມະຊິກ ສຄອຊ ຫຼາຍກ່ວາ 38 ບໍລິສັດ, ທັງໝົດຫຼາຍກ່ວາ 90 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 04 ເອກະສານຄື: 1. ການລະດົມທຶນຈາກມວນຊົນ ຢູ່ ສປປ ລາວ; 2. ຜົນປະໂຫຍດ ແລະ ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ; 3. ການກຽມຄວາມພ້ອມ ເພື່ອລະດົມທຶນຈາກມວນ; 4. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດ, ຜົນປະໂຫຍດຂອງການຈົດທະບຽນ, ການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ

ຕອນທ້າຍກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.