Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີມອບ-ຮັບ ໂຄງການ ປັບປຸງອາຄານ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ
ວັນທີອອກຂ່າວ: 2019-05-08 13:08:58

ເນື້ີອໃນຂ່າວ:

ໃນຕອນເຊົ້າ ຂອງວັນທີ 03 ພຶດສະພາ 2019 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ອາຄານໃໝ່) ໄດ້ຈັດພິທີ ມອບ-ຮັບ ໂຄງການ ປັບປຸງອາຄານ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ຂຶ້ນ ທີ່ບ້ານໂພນສະອາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ພູເຂົາຄຳ ພະວໍລະໄຊ ປະທານບໍລິສັດ ໄຊເສດຖາ ກໍ່ສ້າງເຄຫະສະຖານ-ຂົວທາງ ຈຳກັດຜູ້ດຽວ. ພິເສດໃນງານຍັງມີທ່ານ ຄຳວົງ ທິບພະວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ, ບັນດາຄະນະກົມ ແລະ ທຽບເທົ່າ, ຄະນະພະແນກ, ວິຊາການ ແລະ ຄະນະຈັດຕັ້ງພິທີກໍ່ໄດ້ເຂົ້າຮ່ວມເປັນສັກຂີພະຍານໃນພິທີດັ່ງກ່າວຫຼາຍກ່ວາ 100 ທ່ານ.

ພິທີດັ່ງກ່າວແມ່ນຈັດຂຶ້ນເພື່ອມອບ-ຮັບ ໂຄງການ ປັບປຸງອາຄານ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບຊຶ່ງໃນງານແຂກທີ່ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີກ່ຽວກັບສະພາບລວມຂອງໂຄງການໂດຍຫຍໍ້ ແລະ ສາມາດຮັບຮູ້ໄດ້ເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການປັບປຸງ ອາຄານສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນໄລຍະດຳເນີນການ

ບັນຍາກາດໃນງານແມ່ນດໍາເນີນໄປຢ່າງລາບລື່ນ ມີການສະເເດງສິລະປະອັນມ່ວນຊື່ນໜ້າອອນຊອນຈາກກອງສິລະປະກອນ ກະຊວງປ້ອງກັນຄວາມສະຫງົບ. ນອກນັ້ນ ຍັງມີພິທີເຊັນມອບ-ຮັບ ອາຄານ, ພິທີຕັດແຖບຜ້າເພື່ອເປີດນຳໃຊ້ອາຄານຫຼັງໃໝ່ຢ່າງເປັນທາງການ ແລະ ຍັງໄດ້ນຳພາແຂກທີ່ເຂົ້າຮ່ວມຢ້ຽມຊົມອາຄານໃໝ່ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ອີກດ້ວຍ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.