Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຜ່ານຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ)
ວັນທີອອກຂ່າວ: 2019-05-08 13:00:37

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຜ່ານຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ຂຶ້ນໃນຕອນເຊົ້າຂອງວັນທີ 23 ເມສາ 2019 ທີ່ ຫ້ອງປະຊຸມໃຫຍ່ ຕະຫຼາດຫຼັກຊັບລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ. ກອງປະຊຸມດັ່ງກ່າວປະກອບດ້ວຍ ຄະນະອຳນວຍການ, ຄະນະພະແນກ, ຜູ້ຕາງໜ້າຈາກບັນດາຜູ້ມີສ່ວນຮ່ວມໃນຕະຫຼາດທຶນ 35 ພາກສ່ວນ ແລະ ພະນັກງານຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງຫຼາຍກ່ວາ 60 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອທາບທາມຄຳຄິດເຫັນຈາກບັນດາຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນ ເພື່ອຈະນຳໄປປະກອບໃສ່ຮ່າງກົດໝາຍວ່າດ້ວຍຫຼັກຊັບ (ສະບັບປັບປຸງ) ໃຫ້ມີເນື້ອໃນສົມບູນ, ຄົບຖ້ວນ, ຮັດກຸມ ແລະ ແທດເໝາະກັບສະພາບການພັດທະນາຕະຫຼາດທຶນລາວໃນປັດຈຸບັນ.

ກອງປະຊຸມດຳເນີນໄປເປັນເວລາເຄິ່ງວັນຕາມວາລະ, ພ້ອມດຽວກັນນັ້ນ ຜູ້ເຂົ້າຮ່ວມທຸກທ່ານແມ່ນມີຄວາມຕັ້ງໃຈ ແລະ ສົນໃຈຢ່າງສູງ ຊຶ່ງສະເເດງອອກໄດ້ຈາກການປະກອບຄຳຄິດຄຳເຫັນຢ່າງຟົດຟື້ນ ແລະ ກົງໄປກົງມາ ເຮັດໃຫ້ສາມາດກຳໄດ້ເຖິງເນື້ອແທ້ຈິດໃຈຂອງກອງປະຊຸມຢ່າງລະອຽດ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.