Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນຢູ່ທີ່ ກະຊວງປ້ອງກັນຄວາມສະຫງົບ
ວັນທີອອກຂ່າວ: 2019-03-19 08:49:09

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 14 ມີນາ 2019, ທີ່ຫ້ອງປະຊຸມໃຫ່ຍ ກົມໃຫ່ຍພາລະທິການ, ກະຊວງປ້ອງກັນຄວາມສະຫງົບ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ໃຫ້ແກ່ພະນັກງານກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກົມປີ່ນອ້ອມທຸກໆຂັ້ນ. ໂດຍການເປັນປະທານຮ່ວມຂອງ ທ່ານ ພັອ ຄຳແພງ ລາວລີ ຮອງຫົວໜ້າກົມໃຫ່ຍພາລິທິການ ແລະ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ນັກສໍາ ມະນາກອນທັງໝົດຫຼາຍກ່ວາ 150 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວຍັງໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ,ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່, ທ່ານ ນ. ທິບດາວອນ ວິລະວົງ.