Saturday, 27 April 2024

ຂ່າວສານ

ຫົວຂໍ້ຂ່າວ: ຄຄຊ ເປີດກອງປະຊຸມຄັ້ງທີ III ຂອງປີ 2018
ວັນທີອອກຂ່າວ: 2018-12-28 14:19:47

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 26 ທັນວາ 2018 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 ທະນາຄານແຫ່ງ ສປປ ລາວ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ເປີດກອງປະຊຸມສາມັນຄັ້ງທີ 3 ພາຍໃຕ້ການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ. ໃນກອງປະຊຸມດັ່ງກ່າວເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ບັນດາຄະນະ ຄຄຊທີ່ມາຈາກບັນດາພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງຕາງໜ້າພະແນກພາຍໃນ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຫຼາຍກວ່າ 20 ທ່ານ.

Untitled Document

ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.